ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-28 14:30:10    
ເລີ່ມ​ກວດ​ຮັບ​ດ້ານ​ເຕັກ​ນິກ​ຕໍ່​ໂຄງ​ການ​ຮ່ອມ​ຊານ​ເຊ່ຍ​ຕອນ​ຂັງ​ນ້ຳ​ທີ່​ສູງ ແມັດ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ວັນ​ທີ 27 ສິງ​ຫາ, ວຽກ​ງານ​ກວດ​ຮັບ​ດ້ານ​ເຕັກ​ນິກ​ຕໍ່​ໂຄງ​ການ​ຮ່ອມ​ຊານ​ເຊຍ​ແມ່​ນ້ຳ​ຢາງ​ເຊ​ຕອນ​ຂັງ​ນ້ຳ​ທີ່​ສູງ 156 ​ແມັດ​ໄດ້​ເລີ່ມ​ຕົ້ນ​ຢ່າງ​ເປັນ​ທາງ​ການ.

ຕາມ​ຊາບ​ວ່າ, ວຽກ​ງານ​ກວດ​ຮັບ​ໂຄງ​ການ​ຮ່ອມ​ຊານ​ເຊຍ​ຕອນ​ຂັງ​ນ້ຳ​ທີ່​ສູງ​ເຖິງ 156 ​ແມັດ​ຈະ​ແບ່ງ​ເປັນ​ສອງ​ໄລຍະ​ຄື ກວດ​ຮັບ​ດ້ານ​ເຕັກນິກ​ພາກ​ຕົ້ນ​ແລະ​ພາກ​ປາຍ.ການ​ກວດ​ຮັບ​ດ້ານ​ເຕັກ​ນິກ​ພາກ​ຕົ້ນ​ແມ່ນ​ເລີ່​ມ​ແຕ່​ວັນ​ທີ 27 ​ເປັນ​ເວລາ 7 ມື້,ຫນ່ວຍ​ຊ່ຽວ​ຊານ​ຈະ​ໄປ​ສຳ​ຫລວດ​ຢູ່​ກັບ​ບ່ອນ,ກວດ​ກາ​ເອ​ກະ ສານ, ຮັບ​ຟັງ​ການ​ລາຍ​ງານ​ລະ​ອຽດ​ຂອງ​ຝ່າຍ​ຕ່າງໆ​ຄື ຝ່າຍ​ອອກ​ແບບ,ຝ່າຍ​ກໍ່​ສ້າງ,ຝ່າຍ​ຕິດ​ຕາມ​ກວດ​ກາ​ແລະ​ຝ່າຍ​ປະ​ເມີນ​ຄວາມ​ປອດ​ໄພ,​ແລະ​ຈະ​ຈັດ​ງານ​ສຳ​ມະ​ນາ, ສຸດ​ທ້າຍ​ຈະ​ປະກອບ​ເປັນ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເຫນີ​ສັງ​ລວມ. ກອງ​ປະຊຸມ​ກວດ​ຮັບ​ເປັນ​ທາງ​ການຈະ​ໄຂ​ຂຶ້ນ​ແຕ່​ວັນ​ທີ 2 ຫາ​ວັນ​ທີ 5 ກັນຍາ, ສ່ວນ​ການ​ກວດ​ຮັບ​ດ້ານ​ເຕັກ​ນິກ​ພາກ​ຕົ້ນ​ທີ່​ດຳ​ເນີນ​ກ່ອນ​ນັ້ນ​ຈະ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ວຽກ​ງານ​ກວດ​ຮັບ​ຢ່າງ​ເປັນ​ທາງ​ການ,​ແລະ​ໃຫ້​ການ​ສະ​ຫນັບ​ສະ​ຫນູນ​ດ້ານ​ເຕັກ​ນິກ.

ວັນ​ທີ 20 ພຶດ​ສະ​ພາ,​ເຂື່ອນ​ຊານ​ເຊຍ​ທີ່​ສູງ 185 ​ແມັດ​ໄດ້​ສ້າງ​ສຳ​ເລັດ.ຕາມ​ແຜນ​ການ,ພາຍ​ຫລັງ​ໄລ​ຍະ​ນ້ຳ​ມາກ​ປີ​ນີ້​ແລ້ວ, ອ່າງ​ຂັງ​ນ້ຳ​ຮ່ອມ​ຊານ​ເຊຍ​ຈະ​ຂັງ​ນ້ຳ​ທີ່​ສູງ156 ​ແມັດ,​ເມື່ອ​ຮອດ​ຍາມ​ນັ້ນ, ​ໂຄງ​ການ​ຮ່ອມ​ຊານ​ເຊຍ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຮອບ​ດ້ານ​ໃນ​ດ້ານ​ຜະ​ລິດ​ໄຟ​ຟ້າ, ​ເດີນ​ເຮືອ​ແລະ​ປ້ອງ​ກັນ​ໄພ​ນ້ຳ​ຖ້າມ.