ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-29 14:33:26    
ຫລັກ​ຫມັ້ນ​ແລະ​ທ່າ​ທີ​ຂອງ​ຈີນ​ໃນ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ແມ່ນ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ແລະ​ເດັດ​ດ່ຽວ​ຫນຽວ​ແຫນ້ນ

cri Author: sayvanny
ຕາມ​ຂ່າວ CRI: ວັນ​ທີ 28 ສິງ​ຫາ​ຢູ່​ທີ່​ປັກ​ກິ່ງ,ທ່ານ​ໂປ​ຊີ​ລາຍ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຄ້າ​ຈີນ​​ເວົ້າຕໍ່​ທ່ານ​ນາງ​ຊູ​ຊັນ.ສວັບ ຜູ່​ຕາງ​ຫນ້າ​ການ​ຄ້າ​ຂອງ​ອາ​ເມ​ລິ​ກາ​ວ່າ, ຫລັກ​ຫມັ້ນ​ແລະ​ທ່າ​ທີ​ຂອງ​ຈີນ​ໃນ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ແມ່ນ​ສະ​ເຫມີ​ຕົ້ນສະ​ເຫມີ​ປາຍ​ແລະ​ເດັດ​ດ່ຽວ​ຫນຽວ​ແຫນ້ນ.

​ໃນ​ເວ​ລາ​ພົບ​ປະ​ກັບ​ທ່ານ​ນາງ​ສະ​ວັບ,ທ່ານ​ໂປ​ຊີ​ລາຍ​ເວົ້າວ່າ, ປັດຈຸບັນ, ລັດ​ຖະ​ບານ​ຈີນ​ພວມ​ເພີ່ມ​ທະ​ວີ​ວຽກ​ງານ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຈາກ​ຫລາຍ​ດ້ານ​ຄື ການ​ນິ​ຕິ​ບັນ​ຍັດ,ການ​ອົບ​ຮົມ,ການ​ໃຫ້​ວິ​ສາ​ຫະ​ກິດ​ຈຳ​ກັດ​ຕົນ​ເອງ, ການ​ແລກ​ປ່ຽນ​​ແລະ​ຮ່ວມ​ມື​ກັບ​ສາກົນ​ເປັນ​ຕົ້ນ,​ແລະ​ໄດ້​ຮັບ​ຄວາມ​ຄືບ​ຫນ້າ​ຢ່າງ​ບັງ​ເກີດ​ຜົນ.ທ່ານ​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ຂອງ​ຝ່າຍ​ຈີນ​ຄື ຖານະ​ເສດຖະ​ກິດ​ຕະ​ຫລາດ,ອາ​ເມ​ລິ​ກາ​ຜ່ອນ​ຄາຍ​ການ​ຈຳ​ກັດ​ການ​ຄ້າ​ຂາ​ອອກ​ຕໍ່​ຈີນ, ການ​ເຮັດ​ວິຊາ​ການ​ຄ້າ​​ໄປ​ອາ​ເມ​ລິ​ກາ​ຂອງ​ວິ​ສາ​ຫະ​ກິດ​ຈີນ ​ເປັນ​ຕົ້ນ.ທ່ານ​ເວົ້າ​ວ່າ, ການ​ແກ້​ໄຂບັນຫາ​ເຫລົ່າ​ນີ້ຈະ​ເພີ່ມ​ກຳ​ລັງ​ແຮງ​ອັນ​ໃຫມ່​ເຂົ້າ​ໃນ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ, ຍົກ​ລະດັບ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​ທາງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ໃຫ້​ສູງ​ຂຶ້ນ​ຕື່ມ.

ທ່ານ​ນາງ​ສະ​ວັບ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ເລື່ອງ​ນີ້.ທ່ານ​ນາງ​ເວົ້າ​ວ່າ, ການ​ຂະ​ຫຍາຍ​ການ​ພົວ​ພັນ​​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ອາ​ເມ​ລິ​ກາກັບ​ຈີນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ກົກ​ຮາກ​ຂອງ​ສອງ​ປະ​ເທດ,​ແມ່ນ​ຫມາກ​ຜົນ​ທີ່​ຊະ​ນະ​ທັງ​ສອງ​ຝ່າຍ​ແລະ​ຫລາຍ​ຝ່າຍ.ຝ່າຍ​ອາ​ເມ​ລິ​ກາ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ຄວາມ​ສົນ​ໃຈ​ຂອງ​ຝ່າຍ​ຈີນ​, ຍິນ​ດີ​ຮັກ​ສາ​ການ​ທຳ​ຄວາມ​ເຂົ້າ​ໃຈ​ກັບ​ຝ່າຍ​ຈີນ, ດຳ​ເນີນ​ການ​ຮ່ວມ​ມື​ກັນ.