ຈີນຈະເຮັດໃຫ້ລະບຽບຂາຍລົດຍົນໄປຕ່າງປະເທດເປັນລະບົບກວ່າເກົ່າ
cri
Author: huachunmei
ຕາມຂ່າວ CRI , ຈີນຈະໃຊ້ມາດຕະການເຮັດໃຫ້ລະບຽບຂາຍລົດຍົນໄປຕ່າງປະເທດເປັນລະບົບກວ່າເກົ່າ, ຍົກສູງເງື່ອນໄຂອະນຸຍາດກາຍຂາຍລົດຍົນໄປຕ່າງປະເທດ, ເພື່ອຮັບປະກັນຄຸນລະພາບລົດຍົນທີ່ສົ່ງອອກແລະບໍລິການຫຼັງການຂາຍ.
ນີ້ແມ່ນທ່ານຊົງຊວນ ໂຄສົກກະຊວງການຄ້າຈີນເປີດເຜີຍໃນວັນທີ 30 ສິງຫາຢູ່ທີ່ປັກກິ່ງ.
ປີກາຍນີ້, ຍອດຈຳນວນສົ່ງອອກລົດຍົນຂອງຈີນໄດ້ຫຼາຍກວ່າ 10 ຕື້ໂດລາ, ກາຍເປັນຈຸດເພີ່ມໃໝ່ຂອງການຄ້າສົ່ງອອກຂອງຈີນ. ແຕ່ພ້ອມກັນນັ້ນ, ວິສາຫະກິດສົ່ງອອກລົດຍົນຂອງຈີນໄດ້ເພີ່ມຫຼາຍໂພດ, ວິສາຫະກິດຈຳນວນໜຶ່ງບໍ່ໄດ້ຮັບປະກັນຄຸນນະພາບລົດຍົນແລະບໍລິການຫຼັງການຂາຍ, ຈຶ່ງກະທົບເຖິງຊື່ສຽງຂອງລົດຍົນຈີນ.
|
|