ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-31 17:42:39    
ງານ​ສຳ​ມະ​ນາ​ຂອງ​ສື່​ມວນ​ຊົນ​ຈີນ​ຣັດ​ເຊຍ​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ

cri
ຕາມ​ຂ່າວ​ສານ​ຊີນຮວາ,​ວັນ​ທີ31ສິງ​ຫາ,​ງານ​ສຳ​ມະ​ນາ​ຂອງສື່​ມວນ​ຊົນ​ຈີນຣັດ​ເຊຍ​ທີ່​ເປັນໜຶ່ງ​ໃນ​ກິດ​ຈະກຳ​ຕ່າງໆ​ຂອງ​"ປີຈີນຣັດ​ເຊຍ"​ລະຫວ່າງ​ຈີນ​ກັບຣັດ​ເຊຍ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.​ທ່ານ​ນາງ​ອູ​ອີ ຮອງ​ນາຍົກ​ລັດຖະ​ມົນຕີ​ຈີນ ປະ​ທານ​ຄະນະ​ກຳມະ​ການ​ຝ່າຍ​ຈີນ​ທີ່​ຈັດ​ຕັ້ງ​"ປີ​ຈີນຣັດ​ເຊຍ"​ຂອງ​ຝ່າຍ​ຈີນ​ແລະ​ທ່ານ​ດີມີ​ຕຼີ ​ເມັດ​ເວ​ເດັຟ ຮອງ​ນາຍົກ​ລັດຖະ​ມົນ​ຕີ​ຜູ້​ທີ​ໜຶ່ງ ປະ​ທານ​ຄະ​ນະ​ກຳມະ​ການ​ຝ່າຍຣັດ​ເຊຍ​ທີ່ຈັດ​ຕັ້ງ​"ປີ​ຈີນຣັດ​ເຊຍ"​ໄດ້​ສົ່ງ​ຄຳ​ອວຍພອນ​ມາ​ຍັງ​ງານ​ສຳ​ມະ​ນາ.

ທ່ານ​ນາງ​ອູ​ອີ​ຊີ້​ອອກ​ວ່າ,​ປັດຈຸບັນ,​ການ​ພົວພັນ​ຈີນ​ຣັດ​ເຊຍ​ໄດ້​ເຂົ້າ​ສູ່​ໄລຍະ​ໃໝ່​ແຫ່ງ​ການ​ຂະ​ຫຍາຍ​ຕົວ​ຄັ້ງປະ​ຫວັດ​ສາດ,​ສື່​ມວນ​ຊົນ​ຈີນຣັດ​ເຊຍ​ຕ້ອງ​ກ້າວ​ໄປ​ໜ້ານຳ​ຍຸກ​ສະ​ໄໝ,​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ກັນ,​ເປີດ​ກວ້າງ​ການ​ແລກ​ປ່ຽນ​ຂ່າວ​ຊຶ່ງ​ກັນ​ແລະ​ກັນ,​ສ້າງ​ຂົວ​ຂໍ້​ມູນ​ຂ່າວ​ສານ​ອັນ​ດີ​ງາມ​ໃຫ້​ແກ່​ສອງ​ປະ​ເທດ​ແລະ​ປະ​ຊາ​ຊົນ​ສອງ​ຊາດ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ກັນ.

ໃນ​ຄຳ​ອວຍພອນ,​ທ່ານ​ເມັດ​ເວ​ເດັຟ​ກ່າວ​ວ່າ,​ຜູ້​ປະຕິ​ບັດ​ງານ​ດ້ານຖະ​ແຫຼງ ຂ່າວ​ແມ່ນ​ຫັນ​ໜ້າ​ໄປ​ສູ່​ປະຊາ​ຊົນ​ອັນ​ໄພສານ,​ເຂົາ​ເຈົ້າ​ມີ​ບົດບາດ​ທີ່​ທົດ​ແທນ​ບໍ່​ໄດ້​ໃນ​ການ​ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈກັນ​ລະ​ຫວ່າງ​ປະຊາ​ຊົນ​.

ງານ​ສຳ​ມະ​ນາ​ເທື່ອ​ນີ້​ຈັດ​ເປັນ​ເວລາ​ສອງ​ມື້,​ມີຫົວ​ຂໍ້ວ່າ ພາລະ​ໜ້າ​ທີ່​ທາງ​ສັງ​ຄົມ​ຂອງ​ຜູ້​ປະ​ຕິ​ບັດ​ງານ​ຖະ​ແຫຼງ​ຂ່າວ.​ຜູ່​ແທນ​80​ກວ່າ​ຄົນ​ຂອງສື່​ມວນ​ຊົນ​50​ກວ່າ​ແຫ່ງ​ແລະ​ອົງ​ການ​ຄົ້ນ​ຄວ້າ​ຖະ​ແຫຼງ​ຂ່າວ​ຂອງ​ຈີນຣັດ​ເຊຍ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.