|
![](/images/spacer.gif) |
(GMT+08:00)
2006-09-01 16:44:09
|
![](/images/shim.gif) |
ຕົວເມືອງດ່ານຊາຍແດນຈີນຫວຽດນາມຈະຮ່ວມຈັດງານວາງສະແດງສິນຄ້າແລະການທ່ອງທ່ຽວເປັນຄັ້ງທຳອິດ
cri
Author: sayvanny
ຕາມຂ່າວສານຈີນ: ເມືອງຕົງຊິງ ຕົວເມືອງຊາຍແດນຢູ່ພາກຕາເວັນຕົກສຽງໃຕ້ຂອງຈີນກັບເມືອງມົງກາຍ ເມືອງຊາຍແດນຂອງຫວຽດນາມຈະຮ່ວມກັນຈັດງານວາງສະແດງສິນຄ້າແລະການທ່ອງທ່ຽວໃນເດືອນພະຈິກປີນີ້.ນີ້ແມ່ນຕົວເມືອງດ່ານຊາຍແດນທີ່ໃກ້ກວ່າຫມູ່ແລະມີການໄປມາຫາສູ່ກັນສະຫນິດແຫນ້ນກວ່າຫມູ່ຕາມເສັ້ນຊາຍແດນຈີນຫວຽດນາມຮ່ວມກັນຈັດງານວາງສະແດງເປັນຄັ້ງທຳອິດ.
ງານວາງສະແດງສິນຄ້າແລະການທ່ອງທ່ຽວຖືການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດແລະພ້ອມກັນພັດທະນາເປັນຫົວຂໍ້ຫລັກ, ຕົ້ນຕໍແມ່ນດຳເນີນການຄ້າຂາຍສິນຄ້າແລະງານວາງສະແດງຜະລິດຕະພັນແລະແຫລ່ງທ່ອງທ່ຽວ,ງານໂຄສະນາແລະເຊັນສັນຍາໂຄງການລົງທຶນຢູ່ເຂດຊາຍແດນຈີນຫວຽດນາມ, ການວາງສະແດງອາຫານຊົນເຜົ່າຂອງຈີນແລະຫວຽດນາມ.
ເມືອງຕົງຊິງແມ່ນທາງຜ່ານຈາກກວາງຊີແລະຈີນໄປສູ່ຫວຽດນາມແລະອາຊີຕາເວັນອອກສຽງໃຕ້ທີ່ສະດວກກວ່າຫມູ່,ຂົວແມ່ນ້ຳໄປລົນໄດ້ເຊື່ອມຕໍ່ເມືອງຕົງຊິງກັບເມືອງມົງກາຍ.ນັບມາຮອດປີ 2005, ມູນຄ່າການຄ້າຊາຍແດນຂອງເມືອງຕົງຊິງໄດ້ບັນລຸ 18 ຕື້ຢວນ.ຈຳນວນຄົນເຂົ້າອອກເມືອງຢູ່ດ່ານຕົງຊິງໄດ້ຫລາຍກວ່າ 3 ລ້ານເທື່ອຄົນຕໍ່ປີ, ເປັນດ່ານທາງບົກໃຫຍ່ທີສາມຂອງຈີນ.
|
|
|