ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-01 18:49:19    
ຈີນ​ພະຍາຍາມດັດ​ແກ້ຄວາມ​ຊິນ​​ເຄີຍ​ບໍ່​ດີ​ຂອງ​ພົນລະ​ເມືອງ​ໃນ​ການທ່ອງທ່ຽວ

cri Author: da
ຕາມ​ຂ່າວCRI: ຈີນ​ຈະ​ປະກາດ​ໃຊ້​ມາດ​ຕະການ​ລະອຽດ​ເພື່ອ​ໃຫ້ການ​ກະທຳ​ຂອງ​ພົນລະ​ເມືອງ​ຈີນໃນ​ການ​ທ່ອງ​ທ່ຽວ​ເປັນ​ແບບ​ສະບັບ,ຫວັງ​ໃຫ້​ດັດ​ແກ້ຄວາມ​ຊິນ​ເຄີຍ​ບໍ່​ດີປະ​ເພດ​ຕ່າງໆ​ຂອງ​ພົນລະ​ເມືອງ​ໃນ​ເວລາ​ທ່ອງ​ທ່ຽວ,ສ້າງ​ພາບ​ພົດ​ທີ່​ດີງາມ​ຂອງ​ພົນລະ​ເມືອງ​ຈີນ​ໃນ​ສາກົນ.

​ໃນ​ຫຼາຍ​ປີ​ມາ​ນີ້,ການທ່ອງທ່ຽວ​ຂອງ​ຈີນ​ໄດ້​ພັດທະນາ​ຢ່າ​ງວ່ອງ​ໄວ,​ແຕ່​ນັກ​ທ່ອງ​ທ່ຽວ​ຈີນ​ພັດ​ມີ​ການ​ກະທຳບາງ​ອັນ​ທີ່​ບໍ່​ສິວິໄລ​ໃນ​ເວລາ​ອອກ​ໄປ​ທ່ອງ​ທ່ຽວຢູ່​ພາຍ​ໃນ​ແລະ​ຕ່າງປະ​ເທດ,​ເຊັ່ນ​ບໍ່​ເອົາ​​ໃຈ​ໃສ່​ການ​ນຸ່ງ​ຖື​ແລະ​ຄວາມ​ສະອາດຂອງ​ຕົນ​ເປັນຕົ້ນ.ອັນນີ້​ໄດ້​ທຳລາຍ​ພາບ​ພົດ​ຂອງ​ຈີນ​ທີ່​ເປັນ​ປະ​ເທດມີມາລະ​ຍາດ​ຢ່າງ​ໜັກໜ່ວງ,​ ແລະ​ຖືກຕິຕຽນ​ຢ່າງ​ຫຼວງ​ຫຼາຍຈາກ​ຫາງ​ສຽງ​ພາຍ​ໃນ​ແລະ​ຕ່າງປະ​ເທດ.​

ເພື່ອ​ຍົກຄຸນ​ນະ​ທາດ​ສິວິ​ໄລຂອງ​ພົນລະ​ເມືອງ​ຈີນໃນ​ການທ່ອງທ່ຽວ​,ນອກຈາກ​ຈະ​ກຳນົດ​ການ​ປະ​ພຶດ​ໃນ​ເວລາ​ທ່ອງ​ທ່ຽວ​​ໃຫ້​ເປັນ​ແບບ​ສະບັບ​ແລ້ວ,ຈີນ​ຍັງ​ຈະ​ເພີ່ມ​ທະວີ​ການ​ອົບຮົມ​ມາລະຍາດ​ຂອງ​ພົນລະ​ເມືອງ ​ໂດຍ​ສະ​ເພາະ​ແມ່ນຜູ້​ອອກ​​ໄປ​​ທ່ຽວຕ່າງ​ປະ​ເທດ​; ນອກ​ນີ້ ບໍລິສັດ​ທ່ອງ​ທ່ຽວ​ຕ່າງໆ​ກໍ​ຈະ​ຮັບ​ພາລະ​ໃນ​ການສຶກສາ​​ແລະ​ນຳ​ນັກ​ທ່ອງ​ທ່ຽວ​ທັງຫຼາຍ,ຖ້າ​ປະຕິບັດ​ຄວາມຮັບຜິດຊອບນີ້​ບໍ່​ໄດ້​ດີ ບໍລິສັດ​ນັ້ນຈະ​ຖືກ​ສັງ​ໃຫ້ປັບປຸງ.