ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-01 20:52:17    
ກອງ​ປະ​ຊຸມ​ເຄືອ​ຂ່າຍ​ວັດ​ທະ​ນະ​ທຳ​ອາ​ຊີ​ຕາ​ເວັນ​ອອກ​ຄັ້ງ​ທີ​ສອງ​ໄຂ​ຂຶ້ນ

cri
ຕາມ​ຂ່າວCRI, ວັນ​ທີ1​ກັນຍາ,​ກອງ​ປະຊຸມ​ເຄືອ​ຂ່າຍ​ວັດ​ທະນະ​ທຳ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ​ສອງ​​ໄດ້ໄຂ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ,​ຊຸດ​ອົບຮົມ​ຮ່ວມ​ມື​ພັດທະ​ນາ​ຊັບ​ພະ ຍາ​ກອນ​ມະ​ນຸດ​ດ້ານ​ວັດ​ທະ​ນະ​ທຳ​10+3​ກໍ​ໄດ້​ເລີ່ມ​ຕົ້ນໃນ​ເວລາ​ດຽວ​ກັນ.

ກອງ​ປະຊຸມ​ດັ່ງກ່າວ​ແມ່ນ​ກະຊວງ​ວັດທະ​ນະ​ທຳ​ໄທ​ລິ​ເລີ່ມ​ຈັດ​ຂຶ້ນ​ໃນ​ປີ2005,​ມີ​ຈຸດ​ປະ​ສົງ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ວັດທະ​ນະ​ທຳ​ຂອງ​ພາກ​ພື້ນ,​ບຳລຸງ​ສ້າງ​ຄວາມ​ຮູ້ສຶກ​ຮັບ​ຮອງ​ວັດທະ​ນະ​ທຳ​ພາກ​ພື້ນ.​ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະລົງ​ເລິກ​ຄົ້ນ​ຄວ້າ​ຫາລື​ກ່ຽວ​ກັບ​ເຮັດ​ແນວ​ໃດ​ໃຫ້​ກົນ​ໄກ​ດັ່ງ​ກ່າວ​ເສີມ​ຂະ​ຫຍາຍ​ບົດບາດ​ອັນ​ຕັ້ງ​ໜ້າ​ຕື່ມ​ອີກໃນ​ການ​ປົກ​ປ້ອງ​ວັດທະ​ນະທຳ​ອັນ​ເປັນ​ມູນ​ເຊື້ອ,​ແລະ​ຈະ​ຄົ້ນ​ຄວ້າ​ໂຄງ​ການ​ປະຕິ​ບັດ​ອັນ​ລະອຽດ.​ກອງ​ປະຊຸມ​ຈະ​ຈັດ​ເປັນ​ເວລາ​10ມື້,​ເມື່ອ​ສຳ​ເລັດ​ວາ​ລະ​ປະຊຸມ​ຢູ່​ປັກ​ກິ່ງ​ແລ້ວ,​ຜູ້​ຮ່ວມ​ປະຊຸມ​ຍັງ​ຈະ​ໄປ​ສຳ​ຫຼວດ​ແລະ​ຮັບ​ການ​ອົບ​ຮົມ​ຢູ່​​ແຫຼ່ງ​ທ່ອງ​ທ່ຽວ​ວັດທະ​ນະ​ທຳ​ທີ່​ຊື່​ດັງ​ຂອງ​ເຂດ​ກວາງຊີ​ແລະ​ແຂວງ​ກວາງ​ຕຸ້ງ.

ການ​ພັດ​ທະ​ນາ​ຊັບພະຍາກອນ​ມະນຸດ​​ວັດທະນະທຳ​ແມ່ນ​ບັນຫາ​ທີ່​ຫຼາຍ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ປະ​ເຊີນ​ພ້ອມ​ກັນ,ປະ​ເທດ​ຕ່າງ​ໆ​ທີ່​ຮ່ວມ​ປະຊຸມ​ຫວັງ​ໃຫ້​ຜ່ານ​ຈາກ​ການ​ແລກປ່ຽນກັນ,ຊອກ​ຄົ້ນ​ຊ່ອງ​ທາງ​ໃໝ່,ນຳ​ໃຊ້​ຊັບພະຍາກອນ​ທີ່​ມີ​ຢ່ໃນປັດຈຸບັນູ​ຢ່າງ​ບັງ​ເກີດ​ຜົນ,​ເຮັດ​ໃຫ້ການ​ບຸກ​ເບີກ ການ​ປົກປ້ອງ​ແລະ​ການ​ພັດທະນາ​ເຊື່ອມ​ໂຍງ​ເຂົ້າກັນ,​ແລ້ວ​ສະ​ໜອງ​ຊ່ອງ​ທາງ​ທີ່​ຕັ້ງໜ້າ​ກວ່າ​ເກົ່າ​ແລະ​ບັງ​ເກີດ​ຜົນ​ກວ່າ​ເກົ່າ​ໃຫ້​ແກ່​ການ​ປົກ​ປ້ອງ​ມໍລະດົກ​ວັດທະນະທຳ.