ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-03 19:29:33    
ງານ​ວາງ​ສະ​ແດງການບິນ​ອະວະກາດ​ບັນທຸ​ຄົນ​ຂອງ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​​ເມືອງຊີ​ອ່ານ

cri Author: huachunmei
ຕາມ​ຂ່າວສານ​ຊິນ​ຮວາ, ງານ​ວາງສະ​ແດງ​ການບິນ​ອະວະກາດ​ບັນທຸ​ຄົນ​ຂອງ​ຈີນ​ທີ່​ຫໍພິພິທະ​ພັນ​ການບິນ​ອະວະກາດ​ຊາດ​ຈີນ​ແລະ​ຫໍພິພິທະ​ພັນ​ການບິນ​ອະວະກາດ​ປັກ​ກິ່ງ​ຮ່ວມ​ກັນ​ຈັດ​ຂຶ້ນ​ນັ້ນໄດ້​​ເປີດ​ໃຫ້​ຄົນ​ເຂົ້າຊົມ​ຢູ່​ສູນ​ວາງສະ​ແດງ​ສາກົນ​ເມືອງ​ຊີ​ອ່ານ​ວັນ​ທີ2​ກັນຍາ.

ງານ​ວາງສະ​ແດງ​ເທື່ອ​ນີ້​ໄດ້​ວາງສະ​ແດງ​ຂອງ​​ແທ້, ຮູບ​ຈຳ​ລອງຮ້ອຍ​ກວ່າອັນແລະ​ຮູບ​ຖ່າຍ​​ເປັນ​ຈຳນວນ​ຫຼວງ​ຫຼາຍ, ​ໄດ້​ກາຍ​ເປັນ​ແບບຮຽນທີ່​ມີ​ຊີວິດ​ຊີວາ​​ເພື່ອໃຫ້​ຄົນ​ທັງຫຼາຍ​ຮຽນ​ຮ້ກ່ຽວ​ກັບູ​ຄວາມ​ຮູ້​​ເຕັກນິກວິທະຍາສາດການບິນ​ອະວະ​ກາດ.

​ໃນ​ງານ​ວາງ​ສະ​ແດງ​ນັກ​ຂ່າ​ວ​ໄດ້​​ເຫັນ, ​ຫ້ອງ​ທົດ​ລອງ​ທີ່​ບິນ​ກັບ​ຄືນ, ​ເຄື່ອງ​ນຸ່ງ​ຂອງ​ນັກ​ບິນ​ອະ​ວະ​ກາດ​ແລະ​ອາ​ຫານ​ອະ​ວະ​ກາດ​ຂອງ​ຍ່ານ​ອະ​ວະ​ກາດ​ເສິນ​​ໂຈວ​ເລກ 5 ທີ່​ເປັນ​ຂອງ​ແທ້, ​ພ້ອມ​ດ້ວຍ​ເຄື່ອງ​ຝຶກ​ແອບ​ສາມ​ມິ​ຕິ​ຂອງ​ນັກ​ບິນ​ອະ​ວະ​ກາດ, ລູກ​ສອນ​ໄຟ​ຍານ​ສົ່ງ​ລະ​ບົບ​ສາງ​​ເຈິ່ງ, ດາວ​ທຽມ​ຫຼາຍ​ຊະ​ນິດ​ແລະ​ຮູບ​ຈຳ​ລອງ​ເຄື່ອງ​ໃຊ້​ວິ​ທະ​ຍາ​ສາດ​ໃນ​ສ​ະ​ໄໝ​ບູ​ຮານ​ຂອງ​ຈີນ​ຈຳ​ນວນ​ໜຶ່ງ.

ຕາມ​ຊາບ​ວ່າ, ງານ​ວາງສະ​ແດງ​ເທື່ອ​ນີ້​ຈະ​ວາງສະ​ແດງ​ໄປ​ຮອດວັນ​ທີ27​ກັນຍາ.