ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-04 14:41:34    
ກຸ່ມ​ຜະ​ລິດ​ລົດ​ຍົນ​ທີ​ຫນຶ່ງ​ຂອງ​ຈີນ​ຈັດ​ເອົາ​ຣັດ​ເຊຍ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ຄູ່​ຮ່ວມ​ມື​ຕ່າງ​ປະ​ເທດ​ທີ່​ສຳ​ຄັນ​ກວ່າ​ຫມູ່

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ:ຜູ່​ຮັບ​ຜິດ​ຊອບ​ຂອງ​ກຸ່ມ​ຜະ​ລິດ​ລົດ​ຍົນ​ທີ​ຫນຶ່ງ​ຂອງ​ຈີນ ​ເຊິ່ງ​ເປັນ​​ໂຮງ​ງານ​ຜະ​ລິດ​ລົດ​ຍົນ​ທີ່​ໃຫຍ່​ກວ່າ​ຫມູ່​ຂອງ​ຈີນ​ກ່າວ​ວ່າ, ຣັດ​ເຊຍ​ຈະ​ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ກວ່າ​ຫມູ່​ຂອງ​ກຸ່ມ​ດັ່ງ​ກ່າວ​ໃນ​ການ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ.

ຜູ່​ຮັບ​ຜິດ​ຊອບ​ຜູ່​ນີ້​ແມ່ນ​ກ່າວ​ຄຳ​ເວົ້າ​ດັ່ງ​ກ່າວ​ໃນ​ງານ​ວາງ​ສະ​ແດງ​ການ​ຄ້າ​ການ​ລົງ​ທຶນ​ສາ​ກົນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເຫນືອ​ທີ່​ແຂວງ​ຈີ​ລິນ​ຂອງ​ຈີນ​​ຄັ້ງ ທີ​ສອງ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຊາງ​ຊຸນ ພາກ​ຕາ​ເວັນ​ອອກ​ສຽງ​ເຫນືອ​ຂອງ​ຈີນ​ໃນ​ຫວ່າງ​ມໍ່ໆ​ນີ້.ທ່ານ​ເວົ້າ​ວ່າ, ກຸ່ມ​ຜະ​ລິດ​ລົດ​ຍົນ​ທີ​ຫນຶ່ງ​ຈະ​ຕົກ​ລົງ​ໂຄງ​ການ​ຜະ ລິດ​ລົດ​ຍົນ​ຢູ່​ຣັດ​ເຊຍ​ກ່ອນ​ທ້າຍ​ປີ​ນີ້,ຈຸດ​ຫນັກ​ແມ່ນ​​ໂຄ​ສະ​ນາ​ເຜີຍ​ແຜ່​ລົດ​ເກັ໋ງ ທີ່​ມີ​ລາ​ຄາ​ຖືກ​ແລະ​ລົດ​ກາ​ມີ​ຍົມ​ຂະ​ຫນາດ​ຫນັກ​ແລະ​ຂະ​ຫນາດ​ເບົາ.​ເມື່ອ​ຮອດ​ເວ​ລາ​ນັ້ນ, ກຸ່ມ​ຜະ​ລິດ​ລົດ​ຍົນ​ທີ​ຫນຶ່ງ​ຈະ​ກາຍ​ເປັນ​ໂຮງ​ງານ​ຜະ​ລິດ​ລົດ​ຍົນ​ຂອງ​ຈີນ​ຂະ​ຫນາດ​ໃຫຍ່​ແຫ່ງ​ທີ​ສາມ​ທີ່​ເຂົ້າ​ສູ່​ຣັດ​ເຊຍ​ເຊິ່ງ​ຖັດ​ຈາກ​ບໍ​ລິ​ສັດ​ຜະລິດ​ລົດ​ຍົນ​ກຳ​ແພງ​ຍັກ​ແລະ​ບໍ​ລິ​ສັດ​ຜະ​ລິດ​ລົດ​ຍົນ​ເຊ​ຣີ.