ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-04 17:04:54    
ທາດ​ໄມ້​​ເມືອງ​ອີ້ງ​ຊ້ຽນ​ແຂວງ​ຊ່ານ​ຊີ່​ພາກ​​ເໜືອ​ຂອງ​ຈີນ​ໄດ້​ສ້າງ​ສະ​ຖິ​ຕິ​ໂລກ​ຫຼາຍ​ອັນ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ5​ກັນ​ຍາແມ່ນ​ວັນຄົບ​ຮອບ950​ປີ​ແຫ່ງ​ການ​ສຳ​ເລັດ​ສ້າງ​ທາດ​ໄມ້​​​ເມືອງ​ອີ້ງຊ້ຽນ​ແຂວງ​ຊ່ານ​ຊີ່​ພາກ​​ເໜືອ​ຂອງ​ຈີນ​​ເຊິ່ງ​ແມ່ນ​ທາດ​ໄມ້​ທີ່​ສູງ​ກວ່າ​ໝູ່​ແລະ​ເກົ່າ​ແກ່​ກວ່າ​ໝູ່​ໃນ​ໂລກ.ຫວ່າງ​ມໍ່ໆ​ນີ້,ຜູ່​ຊ່ຽວຊານ​ດ້ານ​ສະ​ຖາປັດຕະ​ຍາກຳ​ກ່າວວ່າ,ເວົ້າvສຳ​ລັບຄຸນ​ຄ່າດ້ານ​ສະຖາ​ປັດ​ຕະຍາ​ກຳຂອງ​ທາດ​ໄມ້,ມັນ​ໄດ້​ສ້າງສະ​ຖິຕິ​ໂລກ​ຫຼາຍອັນ.

ທ່ານ​ຫຼີ​ເຊີ້​ເວີ່ນ ສາ​ສະ​ດາ​ຈານ​ຂອງ​ມະຫາວິທະຍາ​ໄລວິທະ​ຍາສາດ​​​ເມືອງທ້າຍ​ຢ໋ວນ​ແຂວງ​ຊ່ານ​ຊີ່​ເວົ້າ​ວ່າ,ທາດ​ໄມ້​ເມືອງ​ອີ້ງຊ້ຽນ​ສູງ67,31​ແມັດ,​ແມ່ນ​ທາດ​ໄມ້​ລ້ວນໆ​ທີ່​ສູງ​ກວ່າ​ໝູ່​ໃນ​ໂລກ,​ໄດ້​ຜ່ານ​ຟ້າ​ຝົນ​ລົມ​ແດງມາ​ເກືອບພັນ​ປີ​ແລ້ວ,ແລະ​ຜ່ານໄພ​ແຜ່ນດິນ​ໄຫວ,​​ແລະໄຟ​ສົງຄາມ​ມາ​ຫຼາຍ​ເທື່ອ​ແຕ່​ກໍຍັງ​ຮັກສາ​​ໄວ້​ເປັນ​ຢ່າງ​ດີ,ນີ້​ຕົ້ນຕໍ​ແມ່ນ​ຍ້ອນ​ອົງ​ປະກອບດ້ານ​ດົນ​ລະ​ສາດ​ອົງ​ປະກອບ​ດ້ານ​ວິສະວະ​ກຳອັນພິ​ເສດ​ແລະປະນີດຂອງ​ທາດ​ໄມ້.

ທ່ານ​ຊາຍຈືຈຸ້ນ ອະດີດຫົວໜ້າສະ​ຖາ​ບັນ​ຄົ້ນຄວ້າສິ່ງ​ກໍ່ສ້າງ​ບູຮານ​​ແຂວງ​ຊ່ານ​ຂີ່​ເວົ້າ​ວ່າ,ທາດ​ໄມ້​​ເມືອງອີ້ງ​ຊ້ຽນ​ແມ່ນ​ທາດ​​ໄມ້​ແຫ່ງ​ໜຶ່ງ​ແຫ່ງ​ດຽວ​ໃນ​ໂລກ​ທີ່​ບໍ່​ເຄີຍ​ບູລະ​ນະ​ປະຕິສັງ​ຂອນ​ຢ່າງ​ຂະ​ໜາດ​ໃຫຍ່.

ທາດ​​ໄມ້​ເມືອງ​ອີ້ງຊ້ຽນ​ສ້າງ​ສຳ​ເລັດ​ໃນ​ປີ1056,ລວມ​ມີ9​ຊັ້ນ,​ໃນ​ທາດມີ​ວັດທະ​ນະທຳ​ພຸດທະ​ສາດ​ສະ​ໜາອັນ​ລ້ຳ​​ເລີດ.ປັດຈຸບັນ,ທາດ​ໄມ້​ເມືອງອີ້​ງຊ້ຽນ​ໄດ້​ຖືກ​ຈັດ​ເຂົ້າ​ໃນ​ລາຍ​ຊື່​ສຳຮອງ​ທີ່​ຈີນ​ສະ​ເໜີ​ເປັນມໍ​ລະ​ດົກ​ໂລກ​ ​.