ປີກາຍນີ້, ຈີນລົງທຶນໂດຍກົງຢູ່ຕ່າງປະເທດໄດ້ເພີ່ມຂຶ້ນທົບເທົ່າ
cri
Author: mo
ຕາມຂ່າວສານຈີນ: ວັນທີ 4 ກັນຍາ, ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານຈີນໄດ້ປະກາດຂໍ້ມູນສະຖິຕິການລົງທຶນໂດຍກົງຂອງຈີນຢູ່ຕ່າງປະເທດ, ຊື່ງສະແດງໃຫ້ເຫັນວ່າ, ປີກາຍນີ້, ຈີນລົງທຶນໂດຍກົງຢູ່ຕ່າງປະເທດແມ່ນ 12 ຕື້ 260 ລ້ານໂດລາ, ເພີ່ມຂຶ້ນຫຼາຍກວ່າປີ 2004 123%.
ສະຖິຕິຍັງສະແດງໃຫ້ເຫັນວ່າ, ນັບມາຮອດທ້າຍປີກາຍນີ້, ວິສາຫະກິດຈີນທີ່ໄປລົງທຶນຢູ່ຕ່າງປະເທດໂດຍກົງຢູ່ 163 ປະເທດແລະເຂດແຄວ້ນທົ່ວໂລກ, ການລົງທຶນຢູ່ອາຊີແລະອາເມລິກາລາຕີນກວມ 90%, ໃນນັ້ນ, ຢູ່ຮົງກົງຫຼາຍກວ່າໝູ່.
ການລົງທຶນຢູ່ຕ່າງປະເທດຂອງຈີນຕົ້ນຕໍແມ່ນຂະແໜງການຜະລິດແຜ່ນແພແລະເຄື່ອງນຸ່ງຫົ່ມ, ເກີບ, ໝວກ, ອຸປະກອນໂທລະຄົມ, ຄອມພີວເຕີແລະອຸປະກອນເອເລັກໂຕຼນິກອື່ນໆ.
|
|