ຈີນຈະຄວບຄຸມປະລິມານເກີບສົ່ງອອກ
cri
Author: mo
ຕາມຂ່າວສານຈີນ: ວັນທີ 4 ກັນຍາ, ຢູ່ທີ່ຊຽງໄຮ້, ຕົວເມືອງອຸດສາຫະກຳການຄ້າທີ່ໃຫຍ່ກວ່າໝູ່ຂອງຈີນ, ນາງຈ່າງຊູ່ຮວາ ຮອງປະທານສະມາຄົມຜະລິດຕະພັນໜັງຈີນກ່າວວ່າ, ຈີນຈະໃຊ້ມາດຕະການຄວບຄຸມຜົນຜະລິດເກີບແລະປະລິມານການສົ່ງອອກ.
ນາງຈ່າງຊູ່ຮວາແມ່ນໃຫ້ທັດສະນະດັ່ງກ່າວໃນກອງປະຊຸມຂະແໜງການເກີບສາກົນຄັ້ງທີ 25 ທີ່ຈັດຂຶ້ນຢູ່ຊຽງໄຮ້. ນາງຊີ້ອອກວ່າ, ໃນບໍ່ເທົ່າໃດປີມານີ້, ຂະແໜງການຜະລິດເກີບຂອງຈີນໄດ້ພັດທະນາຢ່າງວ່ອງໄວ, ປັດຈຸບັນ, ຈີນໄດ້ກາຍເປັນປະເທດຜະລິດເກີບທີ່ໃຫຍ່ກວ່າໝູ່ໃນໂລກແລ້ວ. ແຕ່ໃນໄລຍະມໍ່ໆນີ້, ລາຄາວັດຖຸດິບແພງຂຶ້ນ, ສະຫະພາບເອີລົບໃຊ້ມາດຕະການຕ້ານການຂາຍເກີບໃນລາຄາຖືກເກີນໄປ, ໄດ້ເຮັດໃຫ້ການພັດທະນາຂອງຂະແໜງການເກີບຈີນພົບບັນຫາ. ເພື່ອປ່ຽນແປງສະພາບການເກີບທີ່ຈີນຜະລິດມີລະດັບຕ່ຳໃນປັດຈຸບັນ, ໃນຂະນະທີ່ຂະແໜງການຜະລິດເກີບຈີນຈຳກັດປະລິມານການຜະລິດນັ້ນຈະຕັ້ງໜ້າດູດດຶງທຶນຕ່າງປະເທດ, ເລັ່ງລັດນຳເຂົ້າເຕັກນິກ, ຍົກລະດັບເຕັກນິກຜະລິດເກີບໃຫ້ສູງຂຶ້ນ.
|
|