ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-06 13:25:59    
ປັກ​ກິ່ງ​ສວຍ​ໃຊ້​ໂອ​ກາດ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ປີ2008​ຊຸກ​ຍູ້​ການ​ກໍ່​ສ້າງ​ໂຄງ​ລ່າງ​ຢ່າງ​ສະ​ດວກ​ສະ​ບາຍ

cri

ຕາມ​ຂ່າວCRI:ຕອນ​ບ່າຍວັນ​ທີ5​ກັນຍາ,​ໃນ​ງານ​ຖະ​ແຫຼ​ງຂ່າວ,ທ່ານນາງ​ທ່າ​ງສຽວ​ຊວນ ຮອງ​ປະທານບໍ​ລິຫານ​ງານຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກກ່າວ​ວ່າ,ການ​ກໍ່ສ້າງ​​ໂຄງລ່າງ​ບໍ່​ມີ​ສິ່ງ​ກີດ​ຂວາງ​ໃດໆ​ການ​ກໍ່ສ້າງ​ຫໍ​ແລະ​ສະໜາມ​ກິລາ​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງພວມ​ວາງແຜ​ນຢູ່,ນະຄອນ​ປັກ​ກິ່ງ​ພວມ​ອອກ​ແບບທາງ​ເຂົ້າສະຖານີ​ລົດ​​ໄຟ​ໃຕ້​ດິນ​ທີ່​ສ້າງ​ໃໝ່.

ງານ​ກິ​ລາ​ໂອ​ລິ​ມປິກຄົນ​ພິການ​ປັກ​ກິ່ງປີ2008​ມີຫໍ​ແລະ​ສະໜາມ​ກິລາ​18​ແຫ່ງ​ຢູ່​ປັກ​ກິ່ງ,​ໃນ​ນັ້ນ​ມີ16​ແຫ່ງ​ຈະ​ໃຊ້ຫໍ​ແລະ​ສະໜາມ​ກິລາ​ງານ​ກິ​ລາ​ໂອ​ລິ​ມປິກປັກ​ກິ່ງ.ທ່ານນາງ​ທ່າ​ງສຽວ​ຊວນ​ເວົ້າ​ວ່າ,​ໃນ​ເວລາ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ2008,ວຽກ​ງານ​ກໍ່ສ້າງ​​ໂຄງ​ລ່າງຂອງຫໍ​ແລະ​ສະໜາມ​ກິລາ​ຈະ​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຄະນະ​ກຳມະການ​ງານ​ກິລາ​ໂອ​ລິ​ມປິກຄົນ​ພິການ​ສາກົນ,​ໃນານ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ງານ.

ໃນ​ດ້ານ​​ໂຄງ​ລ່າງ​ເທສະ​ບານ,ປັດຈຸບັນ,ນະຄອນ​ປັກ​ກິ່ງ​ໄດ້​ອອກ​ແບບ​ທາງ​ເຂົ້າ​ສະຖານີ​ລົດ​ໄຟ​ໃຕ້​ດິນ​ທີ່​ສ້າງ​ໃໝ່​ແລ້ວ,​ແລະ​ຍັງ​ຈະດັດ​ສ້າງ​​ໂຄງ​ລ່າງລົດ​ໄຟ​ໃຕ້​ດິນ​ເກົ່າອີກ.