|
![](/images/spacer.gif) |
(GMT+08:00)
2006-09-06 14:33:15
|
ກອງປະຊຸມສຸດຍອດລະລຶກຈີນ-ອາຊຽນສ້າງການພົວພັນເປັນປະເທດຄູ່ເຈລະຈາຄົບຮອບ15ປີຈະຈັດຂຶ້ນຢູ່ເມືອງນານນິງເຂດກວາງຊີ
cri
ຕາມຂ່າວCRI,ເພື່ອລະລຶກວັນສ້າງການພົວພັນເປັນຄູ່ເຈລະຈາຈີນ-ອາຊຽນຄົບຮອບ15ປີ,ຈີນຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດຢູ່ເມືອງນານນິງ ເມືອງເອກຂອງເຂດປົກຄອງຕົນເອງຊົນເຜົ່າຈ້ວງກວງຊີໃນເດືອນຕຸລາປີນີ້.
ກອງປະຊຸມສຸດຍອດດັ່ງກ່າວແມ່ນກອງປະຊຸມຜູ້ນຳຈີນກັບ10ປະເທດອາຊຽນຄັ້ງທຳອິດທີ່ຈັດຂຶ້ນຢູ່ຈີນ.ທ່ານເວິ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນແລະຜູ່ນຳປະເທດອາຊຽນຈະເຂົ້າຮ່ວມ.ສອງຝ່າຍຈະທົບທວນຄືນການຂະຫຍາຍຕົວແລະບົດຮຽນສຳເລັດຜົນຂອງການພົວພັນມິດຕະພາບລະຫວ່າງຈີນກັບອາຊຽນ,ຮ່ວມກັນວາງທິດທາງແຜນການຮ່ວມມືພັດທະນາການພົວພັນສອງຝ່າຍໃນອະນາຄົດ.
ກອງປະຊຸມດັ່ງກ່າວຍັງຈະລົງນາມໃນຖະແຫຼງການຮ່ວມທີ່ຈະເປັນຂີດໝາຍໃໝ່ແຫ່ງການຮ່ວມມືສອງຝ່າຍຈີນກັບອາຊຽນ.
|
|
|