|
![](/images/spacer.gif) |
(GMT+08:00)
2006-09-06 16:35:38
|
ຈີນລົງທຶນໂດຍກົງຢູ່160ກວ່າປະເທດແລະເຂດແຄວ້ນໃນໂລກ
cri
ຕາມຂ່າວສານຊີນຮວາ,ໃນຫຼາຍປີມໍ່ໆມານີ້,ການລົງທຶນໂດຍກົງຢູ່ຕ່າງປະເທດຂອງຈີນນັບມື້ນັບເພີ່ມຂຶ້ນ,ຈີນໄດ້ລົງທຶນຢູ່160ກວ່າປະເທດແລະເຂດແຄວ້ນຂອງ5ມະຫາທະວີບ,ເຊິ່ງໄດ້ກວມເຖິງປະເທດແລະເຂດແຄ້ວນ80%ຂຶ້ນໄປໃນທົ່ວໂລກ.
ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງການຄ້າຈີນໄດ້ແຈ້ງຂ່າວດັ່ງກ່າວຢູ່ໃນງານສຳມະນາສາກົນເທື່ອໜຶ່ງທີ່ຈັດຂຶ້ນຢູ່ເມືອງຫູເຫີເຮີດ ເມືອງພາກເໜືອຂອງຈີນໃນຫວ່າງແລ້ວນີ້.
ສະຖິຕິສະແດງໃຫ້ເຫັນວ່າ,ນັບມາຮອດທ້າຍປີກາຍນີ້,ຈີນໄດ້ລົງທຶນໂດຍກົງຢູ່ຕ່າງປະເທດລວມທັງໝົດ57ຕື້200ລ້ານໂດລາ,ຜູ້ຊ່ຽວຊານຄາດຄະເນວ່າໃນ5ປີຂ້າງໜ້າ,ຈະເພີ່ມຂຶ້ນປະມານ60ຕື້ໂດລາ.
ນອກນັ້ນ,ການກວດຊື້ວິສາຫະກິດຂ້າມຊາດໄດ້ກາຍເປັນຮູບການສຳຄັນຊະນິດໜຶ່ງທີ່ຈີນລົງທຶນຢູ່ຕ່າງປະເທດໃນສະເພາະໜ້ານີ້.
|
|
|