ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-10 20:35:18    
ການ​ເສຍ​ປຽບ​ດ້ານ​ການ​ຄ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຂອງ​ຈີນ​ເພີ່ມ​ຂຶ້ນ​1,7​ເທົ່າ

cri
ຕາມ​ຂ່າວCRI,​ແຕ່​ເດືອນ​ມັງ​ກອນ​ຮອດ​ເດືອນ​ກໍລະ​ກົດ​ປີ​ນີ້​ການ​ເສຍ​ປຽບ​ດ້ານ​ການ​ຄ້າ​ຜະ​ລິດ​ຕະພັນ​ກະ​ສິກຳ​ຂອງ​ຈີນ​ເພີ່ມ​ຂຶ້ນ​1,7​ເທົ່າ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ວັນ​ທີ10ກັນຍາ,​ນັກ​ຂ່າວ​ໄດ້​ຊາບ​ຈາກ​ກະຊວງ​ກະສິ​ກຳ​ຈີນ​ວ່າ,​ແຕ່​ເດືອນ​ມັງ​ກອນ​ຮອດ​ເດືອນ​ກໍ​ລະ​ກົດ,​ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າຂາ​ອອກ​ຜະລິດ​ຕະພັນ​ກະສິ​ກຳ​ຂອງ​ຈີນ​ມີ35ຕື້​ກວ່າ​ໂດ​ລາ.ການ​ເສຍ​ປຽບ​ໄດ້​ຈາກ​800​ລ້ານ​ໂດ​ລາ​ໃນ​ໄລຍະ​ດຽວ​ກັນ​ປີ​ກາຍ​ເພີ່ມ​ຂຶ້ນ​ຮອດ2​ຕື້​100​ລ້ານ​ໂດ​ລາ​.

ຜະລິດ​ຕະພັນ​ກະສິ​ກຳທີ່​ສົ່ງ​ອອກ​ຂາຍ​ນອກ​ແຕ່​ເດືອນ​ມັງ​ກອນ​ຮອດ​ເດືອນ​ກໍ​ລະ​ກົດ​ປີ​ນີ້,ປະ​ລິ​ມານ​ຜະ​ລິດ​ຕະພັນ​ກະສິ​ກຳ​ທີ່ສົ່ງ​ອອກ​ໄປ​ຂາຍ​ຢູ່​ສະ​ຫະ​ພາບ​ເອີ​ລົບ ອາ​ຊຽນ​ແລະ​ອາ​ເມ​ລິ​ກາ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​​ໄວ.