ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-11 17:17:53    
ເວທີປາ​ໄສ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ຈີນ​ອາ​ຊຽນ​ປີ 2006 ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ນີ້

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ​ເວທີ​ປາ​ໄສ​ອຸດສາຫະກຳ​ວັດທະນະທຳ​ຈີນສະມາຄົມ​ປະຊາ​ຊາດ​ອາຊີຕາ​ເວັນອອກສຽງ​ໃຕ້ຫຼື​ອາຊຽນປີ 2006 ຈະ​ຈັດ​ຂຶ້ນ​ຢູ່​​ເມືອງ​ນານ​ນິງ​ເຂດ​ກວາງຊີ​ຈີນ​ໃນ​ວັນ​ທີ 18 ຫາ​ວັນ​ທີ 19 ​ເດືອນ​ນີ້. ນັກວິຊາ​ການແລະ​ຜູ້​ຊ່ຽວຊານ 60 ກວ່າ​ຄົນ​ທີ່​ມາ​ຈາກ 14 ປະ​ເທດ​ແລະ​ເຂດ​ແຄວ້ນ​ຂອງ​ຈີນ​ແລະ​ອາຊຽນ​ຈະ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ດ້ານວັດທະນະທຳ​ລະຫວ່າງ​ຈີນ​ກັບ​ປະ​ເທດອາ​ຊຽນ.

ຜູ້​ຮັບຜິດ​ຊອບ​ພະ​ແນ​ກວັດທະນະທຳ​​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ແນະນຳ​ວ່າ, ​ເວທີ​ປາ​ໄສ​ເທື່ອ​ນີ້​ໄດ້​ມີ​ວັດ​ຖຸປະສົງ​ວ່າ"​ໃຊ້ທ່າ​ແຮງ​ຂອງ​ແຕ່ລະ​ຝ່າຍ​ຊ່ອຍ​ເຫຼືອເຊິ່ງກັນ​ແລະ​ກັນ, ສະ​ແຫວ​ງຫາ​ການ​ພັດທະນາ​ພ້ອມ​ກັນ." ຈະ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ທີ່​ແໜ້ນ​ແຟ້ນກວ້າງຂວາງ​ໃນອະນາຄົດ​ ອຸດສາຫະກຳ​ວັດທະນະທຳ​ລະຫວ່າງ​ຈີນ​ກັບ​ອາຊຽນ​ໂດຍ​ໝູນ​ອ້ອມ​ຫົວ​ຂໍ້​ທີ່​ວ່າ: ອຸດສາຫະກຳ​ວັດທະນະທຳ: ກຳ​ລັງ​ແມ່​ແຮງ​ໃໝ່​ໃນ​ການ​ພັດທະນາ​ເສດຖະກິດ​ຈີນ​ອາ​ຊຽນ.