ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-12 17:20:13    
ມະ​ຫາ​ວິ​ທະ​ຍາ​ໄລ​ຊົນ​ເຜົ່າ​ຢຸນ​ນານ​ຕັ້ງ​ວິ​ຊາ​ພາ​ສາ​ກຳ​ປູ​ເຈຍ

cri
ຕາມ​ຂ່າວສານ​ຊິນ​ຮວາ​ເນັດ,​ວັນ​ທີ11ກັນຍາ,​ມະຫາ​ວິທະ​ຍາ​ໄລ​ຊົນ​ເຜົ່າ​ຢຸນ​ນານ​ເລີ່ມ​ຕັ້ງ​ວິ​ຊາ​ວັນ​ນະຄະ​ດີ​ພາ​ສາ​ກຳປູ​ເຈຍ​ຢ່າງ​ເປັນ​ທາງ​ການ,​ກາຍ​ເປັນ​ໂຮງ​ຮຽນ​ຊັ້ນ​ສູງ​ແຫ່ງທີ​4ທີ່​ມີ​ວິຊາ​ດັ່ງກ່າວ.

ປີ1993,​ມະຫາ​ວິທະ​ຍາ​ໄລ​ຊົນ​ເຜົ່າຢຸນ​ນານ​ເລີ່ມ​ຕັ້ງ​ວິຊາ​ພາ​ສາ​ຂອງ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້,​ໃນ​ເວລາ​ນັ້ນ,​ມີ​ສອງ​ວິຊາ,​ຄືຫ້ອງ​ພາສາ​ໄທ​ແລະ​ພາ​ສາ ມຽນ​ມາ.​ໃນ​ປີ1996​ໄດ້​ເພີ່ມ​ວິຊາ​ພາ​ສາ​ຫວຽດ​ນາມ,​ປີ2002​ຕັ້ງ​ວິຊາ​ພາ​ສາ​ລາວ,​ເມື່ອ​ປີ2005​ໄດ້​ຮັບ​ອະນຸ​ມັດ​ຕັ້ງ​ວິຊາ​ພາ​ສາ​ກຳປູ​ເຈຍ​ແລະ​ຈະ​ຮັບ​ນັກ​ສຶກ​ສາ​ໃນ​ປີ​ນີ້.​ປີ​ນີ້ໂຮງ​ຮຽນ​ດັ່ງກ່າວ​ໄດ້​ຮັບ​ສະ​ໝັກ​ນັກ​ສຶກສາ​ຂັ້ນ​ປະ​ລິນ​ຍາ​ຕີ​ຂອງ4​ວິຊາ,​ຄື​ພາສາ​ໄທ ພາສາ​ມຽນ​ມາ ພາສາ​ຫວຽດ​ນາມ ແລະ​ພາສາ​ກຳປູ​ເຈຍ,​ລວມ130​ຄົນ.