ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-13 16:10:00    
ຊຸດ​ອົບ​ຮົມ​ພາສາ​ຈີນ​ສຳ​ລັບ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ໄທ​ເປີດ​ຮຽນ​ຢູ່​ນະ​ຄອນ​ເຊ້ຍ​ເມີນ​ຂອງ​ຈີນ​

cri Author: cai
ຕາມ​ຂ່າວສານ​ຈີນ:ວັນ​ທີ 12 ກັນຍາ,ຢູ່​ມະຫາວິທະຍາ​ໄລ​ຊາວ​ຈີນ​ຕ່າງ​ດ້າວ​ທີ່​ນະຄອນ​ເຊ້ຍ​ເມີນ​ຂອງ​ຈີນ,ນັກຮຽນພິ​ເສດຂອງ​ໄທ​ຊຸດໃໝ່​ໄດ້​ຈັດ​ພິທີ​ເປີດ​ຮຽນ.ພວກ​​ເພິ່ນ​​ແມ່ນ​ເຈົ້າ​ໜ້າ​ທີ່​ລັດຖະບານ​ໄທ​ທີ່​ມາ​ຈາກ​ສະພາຜູ້​ແທນ​ລາຊະ​ດອນ ສະພາສະມາຊິກວຸດ​ທິ ກະຊວງ​ສຶກສາ​ທິການ ກະຊວງ​ການ​ຕ່າງປະ​ເທດ​ແລະ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​​ໄທ.ມະຫາວິທະຍາ​ໄລ​ຊາວ​ຈີນ​ຕ່າງ​ດ້າວ​ຈະ​ສະໜອງ​ທຶນການ​ສຶກສາ​ແບບຄົບ​ຖ້ວນ​​ໃຫ້​ແກ່​ນັກຮຽນ 20 ຄົນ​ເຫຼົ່າ​ນີ້.ພວກ​ເພິ່ນ​ຈະ​ຮຽນ​ພາສາ​ຈີນ​ຢູ່​ນີ້​ເປັນ​ເວລາ 1 ປີ.

ຕາມ​ໄດ້​ຊາບ,​ເມື່ອ 1 ປີ​ກ່ອນ,ມະ​ຫາ​ວິທະຍາ​ໄລ​ຊາວ​ຈີນ​ຕ່າງ​ດ້າວ​ໄດ້​ອົບ​ຮົມພາ​ສາ​ຈີນ​ໃຫ້ນາຍ​ທະ​ຫານ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໄທ 17 ຄົນເປັນ​ເວລາ 1 ປີ.