ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-13 18:18:39    
ໂຄ​ສົກ​ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ກ່າວ​ວ່າ,​ການ​ເຂົ້າ​ຮ່ວມ​ສະ​ຫະ​ປະ​ຊາ​ຊາດ​ໃນ​ນາມ​"ໄຕ້​ຫວັນ"​ນັ້ນ​ແມ່ນ​ບາດ​ກ້າວ​ໃໝ່​ທີ່​ອັນ​ຕະ​ລາຍ​ຂອງ​ອິດ​ທິ​ພົນ​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ

cri
ຕາມ​ຂ່າວສານ​ຊີນ​ຮວາ,​ວັນ​ທີ13​ກັນຍາ,​ໃນ​ກອງ​ປະຊຸມ​ຂ່າວ,​ທ່ານ​ຫຼີ​ເວີຍ​ອີ່ ໂຄ​ສົກ​ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນຊີ້​ອອກ​ວ່າ,​ຜູ້ນຳ​ໄຕ້​ຫວັນ​ເຈຕະ​ນາ​ເຂົ້າ​ຮ່ວມ​ສະ​ຫະ​ປະຊາ​ຊາດ​​ໃນນາມ​"ໄຕ້​ຫວັນ"​ນັ້ນ​ແມ່ນ​ບາດກ້າວ​ໃໝ່​ທີ່​ອັນຕະ​ລາຍ​ຂອງ​ເຂົາ​ບົນ​ເສັ້ນ​ທາງ​ແບ່ງ​ແຍກ​ໄຕ້​ຫວັນ​ໃຫ້​ເປັນ​ເອກະ​ລາດ.

ວັນ​ທີ12​ກັນຍາ,​ຄະນະ​ກຳມະ​ການ​ວຽກ​ງານ​ທົ່ວ​ໄປຂອງ​ສະມັດ​ຊາ​ໃຫຍ່​ສະ​ຫະ​ປະຊາ​ຊາດ​ຄັ້ງ​ທີ61​ໄດ້​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຢູ່​ນິວ​ຢອກ,​ເປັນ​ເອກະ​ສັນ​ກັນ​ຕົກ​ລົງ​ປະຕິ​ເສດ​ບໍ່​ຈັດ​ເອົາ​ຍັດ​ຕິ​ຂອງ​ປະ​ເທດ​ສ່ວນ​ໜ້ອຍ​ກ່ຽວ​ກັບ​ອັນ​ທີ່​ວ່າ​"ສິດ​ຕົວ​ແທນ​ຂອງ​ໄຕ້​ຫວັນ​ໃນ​ອົງ​ການ​ສະ​ຫະ​ປະຊາ​ຊາດ"​ນັ້ນ​ເຂົ້າ​ໃນ​ວາລະ​ປະຊຸມ​ຂອງ​ສະມັດ​ຊາ​ໃຫຍ່​ຄັ້ງ​ນີ້.

ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຢູ່​ທີ່​ປັກ​ກິ່ງ,​ທ່ານຫຼີ​ເວີຍ​ອີ່​ເວົ້າ​ວ່າ,​ນີ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ທີ່ວ່າ,​ອົງການ​ສະ​ຫະ​ປະຊາ​ຊາດ​ພ້ອມ​ດ້ວຍ​ປະ​ເທດ​ສະມາ​ຊິກ​ອັນ​ໄພ​ສານ​ຍຶດ​ໝັ້ນ​ວ່າ​ໃນ​ໂລກ​ນີ້​ມີ​ແຕ່​ຈີນ​ດຽວ,​ໄຕ້​ຫວັນ​ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ​ຈີນ,​ບໍ່​ມີ​ຄຸນ​ວຸດ​ທິ​ເຂົ້າ​ຮ່ວມ​ອົງ​ການ​ສະຫະ​ປະຊາ​ຊາດ​ທີ່​ປະ​ກອບ​ດ້ວຍ​ປະ​ເທດ​ອະທິ​ປະ​ໄຕ​ນັ້ນ​ໃນ​ນາມ​ໃດໆ​ຫຼື​ດ້ວຍ​ຮູບ​ການ​ໃດໆ.