ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-14 18:54:54    
ພັກ​ກົກ​ມິນ​ຕັງ​ຈີນ​ເວົ້າ​ວ່າ, ການ​ມີ​ຖ້ຽວ​ບິນ​ໂດຍ​ກົງ​ໂດ​ຍ​ໄວ​ແມ່ນ​ຄວາມ​ປາ​ຖະ​ໜາ​ຮ່ວມ​ກັນ​ຂອງ​ສອງ​ຝັ່ງ​ຊ່ອງ​ແຄບ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 14 ກັນຍາ, ຢູ່​ເມືອງຈຸ​ງກິ່ງ ​ທາງ​ພາກ​ຕາ​ເວັນ​ຕົກສຽງ​ໃຕ້​ຂອງ​ຈີນ, ທ່ານ​ຈ່ຽງປິງຂຸ່ນ ຮອງ​ປະທານ​ພັກ​ກົກ​ມິນ​ຕັງ​ຈີນເວົ້າ​ວ່າ, ການ​ມີ​ຖ້ຽວບິນ​ໂດຍ​ກົງ​ໂດຍ​ໄວ​ແມ່ນ​ຄວາມ​ປາຖະໜາ​ຮ່ວມ​ຂອງ​ສອງ​ຝັ່ງ​ຊ່ອງ​ແຄບ.

​ໃນ​ເວທີ​ປາ​ໄສ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ຈ່ຽງ​ປິງ​ຂຸ່ນ​ເວົ້າ​ວ່າ, ຖ້ຽວ​ບິນ​ໂດຍ​ກົງ​ລະຫວ່າງ​ສອງ​ຝັ່ງ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ອຳ​ນວຍ​ຄວາມ​ສະດວກ​ໃຫ້ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະຊາຊົນ​ສອງ​ຝັ່ງ, ​ແລະກໍ່​ແມ່ນ​ຄວາມ​ມຸ່ງ​ຫວັງ​ອັນແຮງ​ກ້າ​ຂອງ​ວົງ​ການ​ຕ່າງໆ​​ໃນເກາະ​ໄຕ້​ຫວັນ​ຕະຫຼອດ​ມາ, ໃນ​ປີ​ມໍ່ໆ​ມາ​ນີ້​ສຽງ​ຮຽກຮ້ອງ​ຍິ່ງ​ເພີ່ມຂຶ້ນ.

ທ່ານ​ຈ່ຽງປິງຂຸ່ນ​ຍັງ​ເວົ້າ​ວ່າ, ຖ້ຽວ​ບິນ​​ໂດຍ​ກົງ​ລະຫວ່າງ​ສອງ​ຝັ່ງ​ສາມາດ​ຫຼຸດ​ຕົ້ນ​ທຶນ​ໃຫ້​ຕ່ຳລົງ, ຍົກ​ກຳລັງ​ແຂ່ງຂັນ​ຂອງ​ຜະລິດ​ຕະພັນ​ໄຕ້​ຫວັນ​ໃຫ້​ສູງ​ຂຶ້ນ. ​ເວົ້າ​ລວມ​ແລ້ວ, ຖ້ຽວ​ບິນ​ໂດຍ​ກົງ​ລະ​ຫວ່າງ​ສອງ​ຝັ່ງພົວພັນ​ເຖິງການ​ພັດທະນາ​ຂອງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝັ່ງ​ໃນ​ອະນາຄົດ, ຄວາມ​ຫວັງ​ແມ່ນ​ຢາກ​ຊຸກ​ຍູ້ໃຫ້​ບັນລຸ​ການບິນ​ໂດຍ​ກົງ​ໂດຍ​ໄວ.