ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-15 18:16:28    
ການ​ເງິນ​ສູນ​ກາງ​ຈີນ​ເບີກ​ເງິນ 7 ຕື້ 100 ລ້ານ​ຢວນ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ຕ້ານ​ແລະ​ກູ້​ໄພ​ທຳ​ມະ​ຊາດ

cri Author: min
ຕາມ​ຂ່າ​ວສານ​ຊິ່ນ​ຮວາ: ນັບ​ມາ​ຮອດ​ດຽວ​ນີ້, ປີ​ນີ້, ການ​ເງິນ​ສູນ​ກາງ​ຈີນ​ໄດ້​ຈັດ​ວາງ​ເງິນ​ກູ້​ໄພ​ໃຫ້​ທ້ອງ​ຖິ່ນຕ່າງໆ 7 ຕື້ 100 ລ້ານ​ຢວນ, ຕົ້ນຕໍ​ສະໜັບ​ສະໜູນ​ທ້ອງ​ຖິ່ນ​ຕ່າງໆ​ທີ່​ປະສົບ​ໄພ​ທຳ​ມະ​ຊາດ​ອ່າວ​ໜັກໜ່ວງ​, ຄື ​ແຂວງ​ຫູ​ນານ, ​ແຂວງ​ຟູ​ຈ້ຽນ,​ແຂວງ​ກວາງ​ຕຸ້ງ, ​ແຂດ​ກວາງຊີ, ​ແລະ​ແຂວງ​ເຊ​ສວນ​ເປັນ​ຕົ້ນ​ເພື່ອ​ດຳ​ເນີນ​ວຽກ​ງານ​ຊ່ອຍ​ເຫຼືອ​ຊີວິດ​ການ​ເປັນ​ຢູ່​ຂອງ​ຜູ້​ປະສົບ​ໄພ​​ແລະຟື້ນ​ຟູຄືນ​ໃໝ່​ຫຼັງ​ໄພທຳ​ມະ​ຊາດ.

ນັກ​ຂ່າວ​ໄດ້​ຮູ້​ຂ່າວ​ດັ່ງກ່າວຈາກ​ກະຊວງ​ການ​ເງິນ​ຈີນ​ໃນວັນ​ທີ 15 ກັນຍາ.

ຫວ່າງ​ມໍ່ໆ​ນີ້, ກະຊວງ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນ​ກ່າວ​ວ່າ, ຈະ​ຮັບປະກັນ​ແກ້​ໄຂ​ບັນຫາ​ເຮືອນ​ຢູ່​ໃນ​ລະດູ​ໜາວ​ໃຫ້​ຜູ້​ປະສົບ​ໄພ​ທຳ​ມະ​ຊາດ​ກ່ອນ​ລະດູ​ໜາ​ວ. ​ເພື່ອ​ຊ່ອຍ​ເຫຼືອ​ປະ​ຊາ​ຊົນ​ທຸກ​ຍາກ​ທີ່ປະສົບ​ໄພ​ທຳ​ມະ​ຊາດ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ຍັງ​ຈະຈັດ​ການ​ເຄື່ອນ​ໄຫວ​ໃຫ້​ສັງຄົມ​ບໍລິຈາກ​ເງິນ​ໃຫ້​ຜູ້​ປະ​ສົບ​ໄພ​ໃນ​ເດືອນ​ພະຈິກ​ປີ​ນີ້.

ປີ​ນີ້​, ອາກາດ​ຂອງ​ຈີນ​ຜິດ​ປົກກະຕິ, ​ໄພ​ທຳ​ມະ​ຊາດ​ປະກາດ​ຕ່າງໆ​ໄດ້​ເຮັດ​ໃຫ້ 2000 ກວ່າ​ຄົນ​ເສຍ​ຊີວິດ, ຄວາມ​ເສຍ​ຫາຍ​ດ້ານ​ເສດຖະກິດ​ໂດຍ​ກົງ​ມີ​ເຖິງ 190 ຕື້​ກວ່າ​ຢວນ.