ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-15 18:33:33    
ທ່ານ​ເວີ່ນ​ເຈ່ຍ​ປາວ​ລີ​ເລີ່ມ​ໃຫ້​ປະ​ເທດ​ສະ​ມາ​ຊິກ​ຕ່າງ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕົວ​ຈິງ

cri Author: min
ຕາມ​ຂ່າວ CRI: ວັນ​ທີ 15 ກັນຍາ​, ​ທ່ານ​ເວີ່ນ​​ເຈ່ຍ​ປາວ ນາຍົກ​ລັດຖະ​ມົນຕີ​ຈີນ​ໄດ້ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ​ນາຍົກ​ລັດຖະ​ມົນຕີ​ປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມືຊຽງ​ໄຮ້ຄັ້ງ​ທີ 5 ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ດູ​ຊານ​ແບ ນະຄອນ​ຫຼວງ​ຕັດຈິ​ກິ​ສະຖານ, ລິ​ເລີ່​ມ​ໃຫ້ປະ​ເທດ​ຕ່າງໆ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕົວ​ຈິງ​, ​ແລະ​ກ່າວ​ເນັ້ນ​ວ່າ, ການ​ກຳຈັດ​ພື້ນຖານ​ສັງຄົມ​ທີ່​ພາ​ໃຫ້​ເກີດ "ອິດທິ​ກຳລັງ 3 ​ແງ່"​, ​ແລະ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ຍາວ​ນານ​ຂອງ​ພາກ​ພື້ນ​ອາຊີ​ກາງ​ນັ້ນ​ແມ່ນ​ໜ້າ​ທີ່​ໃຈກາງ​ຂອງ​ອົງ​ການ​ດັ່ງກ່າວ​ໃນ​ການ​ພັດ​ທະ​ນາ​ຢ່າງ​ປອດ​ໃສ​ແບບ​ຍືນ​ຍົງ​.

ທ່ານ​ເວີ່ນ​ເຈ່ຍ​ປາວ​ເວົ້າ​ວ່າ​, ​ປະ​ເທດ​ສະມາຊິກ​ຕ່າງໆ​ຄວນ​ສ້າ​ງ​ເງື່ອນ​ໄຂ​ອັນ​ຈຳ​ເປັນ​ໃນ​ດ້ານ​ຕ່າງໆ, ​ຄື: ການ​ຊັກ​ນຳ​ຂອງ​ນະ​ໂຍບາຍ​, ການ​ຮັບ​ປະ​ກັນ​ດ້ານ​ເງິນທຶນ, ​ແລະ​ການ​ບໍລິການ​ດ້ານ​ຂໍ້​ມູນ​ຂ່າວສານ​ເປັນ​ຕົ້ນ, ​ເຮັດ​ໃຫ້​ການ​ຮ່ວມ​ມື​ເສດຖະກິດ​ໄດ້​ຮັບ​ໝາກຜົນ​ຕົວ​ຈິງ​ຫຼາຍ​ກວ່າ​ເກົ່າ. ທ່າ​ນຍັງ​ສະ​ເໜີ​ໃຫ້​ອົງ​ການ​ດັ່ງກ່າ​ວ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ກູ້​ໄພ​ສຸກ​ເສີນ​ແລະ​ການ​ປ້ອງ​ກັນ​ປິ່ນປົວ​ພະຍາດ​ຕິດ​ແປດ​, ຫາລືການ​ສ້າງ​ກົນ​​ໄກ​ຮ່ວມ​ມື​ດ້ານ​ສາທາ​ລະນະ​ສຸກ​.

ທ່ານ​ເວີ່ນ​​ເຈ່ຍ​ປາວ​ເວົ້າ​ວ່າ​, ​ຈີນ​ໄດ້​ປ່ອຍ​ເງິນ​ກູ້ຝ່າ​ຍຊື້​​ຂາ​ອອກບູລິ​ມະ​ສິດ​ 900 ລ້ານ​ໂດ​ລາ​​ໃຫ້​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ແລ້ວ, ​​ໃນ​ຖານ​ເປັນ​ການ​ເຄື່ອນ​ໄຫວ​ຕາມ​ຫຼັງ, ຝ່າຍ​ຈີນ​ຈະ​ສືບ​ຕໍ່​ເພີ່ມ​ການ​ລົງ​ທຶນ​ຕາມ​ຄວາມຄືບ​ໜ້າ​ແລະ​ຄວາມ​ຕ້ອງ​ການ​ຂອງ​ໂຄງການ​ຮ່ວມ​ມື​ເສດຖະກິດ​ພາຍ​ໃນ​ຂອບ​ຂອງ​ອົງການ.