|
|
(GMT+08:00)
2006-09-16 18:55:25
|
GDPຂອງພາກຕາເວັນຕົກຈີນເພີ່ມຂຶ້ນໜຶ່ງເທົ່າໃນ 6 ປີມານີ້
cri
Author: MO
ຕາມຂ່າວຈາກໜັງສືພິມເຢີນມີນຢື້ປ້າວສະບັບວັນທີ 16 ກັນຍາ: ຕາມຂໍ້ມູນຂ່າວສານທີ່ຫ້ອງການພັດທະນາພາກຕາເວັນຕົກຂອງລັດຖະບານຈີນສະເໜີໃຫ້, ຍອດມູນຄ່າການຜະລິດຢູ່ເຂດພາກຕາເວັນຕົກຂອງຈີນໃນປີ 2005 ແມ່ນ 3330 ຕື້ຢວນ, ເພີ່ມຂຶ້ນຫຼາຍກວ່າປີ 2000 ໜຶ່ງເທົ່າ. ພື້ນຖານໂຄງລ່າງຫຼ້າຫຼັງແມ່ນປັດໃຈສຳຄັນທີ່ຈຳກັດການພັດທະນາຂອງພາກຕາເວັນຕົກຂອງຈີນເປັນເວລາຍາວນານ. ໃນ 6 ປີມານີ້, ລັດຖະບານຈີນໄດ້ເພີ່ມການລົງທຶນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງຂອງພາກຕາເວັນຕົກ, ນັບລວມແລ້ວໄດ້ລົງທຶນປະມານ 1000 ຕື້ຢວນ, ໂຄງການຈຸດໜັກຂອງການພັດທະນາພາກຕາເວັນຕົກທີ່ລົງມືສ້າງໃໝ່ມີ 70 ໂຄງການ.
|
|
|