ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-17 17:12:27    
ຈີ​ນດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ້ານ​ການ​ລັກ​ລອກ​ແບບ​, ​ໄດ້​ຍຸບ​ໃບ​ອະ​ນຸ​ຍາດ​ທຸ​ລະ​ກິດ​ຂອງ​ຮ້ານ​ຂາຍ​​ເຄື່ອງ​ສຽງ​ແລະ​ພາບ 300 ກວ່າ​ແຫ່ງ

cri Author: mo
ຕາມ​ຂ່າວ​ສານ​ຊີ​ນຮວາ: ຈີນ​ພວມ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ້ານ​ການ​ລັກ​ລອກ​ແບບ, ​ຕັ້ງແຕ່​ດຳ​ເນີນ​ການ​ເຄື່ອນ​ໄຫວດັ່ງກ່າວ 2 ​ເດືອນ​ມາ​ນີ້, ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ໄດ້​ຍຸບ​ໃບ​ອະນຸຍາດ​ທຸລະ​ກິດ​ຂອງ​ຮ້ານ​ຂາຍ​​ເຄື່ອງສຽງ​ແລະ​ພາບ 360 ກວ່າ​ແຫ່ງ​ໃນ 19 ​ແຂວງ, ​​ເພື່ອ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດທີ່ຊອບ​ກົດ​ໝາຍ​ຂອງ​ເຄື່ອງ​ສຽງ​ແລະ​ພາບ​​ສະບັບແທ້.
​​
ກາງ​ເດືອນ​ກໍລະກົດ​ປີ​ນີ້, ຈີນ​ໄດ້​ດຳ​ເນີນ​"ການ​ເຄື່ອນ​ໄຫວຕ້ານ​ການ​ລັກ​ລອກ​ແບບ​ຮ້ອຍ​ມື້​"​, ​ໃນ​ເວລາປະມານຮ້ອຍ​ມື້, ​​ໄດ້​ໂຮມ​ສູນ​ດຳ​ເນີນ​ການ​ເຄື່ອນ​ໄຫວຕ້ານ​ການ​ລັກ​ລອກ​ແບບ​ເຄື່ອງ​ສຽງ​ແລະ​ພາບ​ແລະ​ຊອບ​ແວ​ຄອມ​ພິວ​ເຕີ. ຕາມຕົວ​ເລກ​ທີ່ພາກສ່ວນ​ທີ່​ກ່ຽວຂ້ອງ​ປະກາດ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ແຕ່​ເດືອນ​ກໍລະກົດ​ຮອດ​ເດືອນ​ສິງຫາ, ຈີນ​ລວມຍຶດ​ໄດ້​ສິ່ງພິມ​ທີ່​ລັກ​ລອກ​ແບບ 31 ລ້ານ 1 ​ແສນ​ເຄື່ອງ.

ເຈົ້າໜ້າ​ທີ່​ກົມ​​ໃຫຍ່ຖະ​ແຫຼງຂ່າວ​ແລະ​ພິມ​ຈຳໜ່າຍຂອງ​ຈີນ​ກ່າວ​ວ່າ, ຈີນ​ໄດ້​ຖື​​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ເປັນ​ຈຸດ​ໜັກຂອງ​ວຽກ​ງານ​ພາຍ​ໃນປະ​ເທດ, ​ແຕ່​ປີ​ນີ້​ເປັນຕົ້ນມາ, ຈີນ​​ໄດ້ຈັດການ​ເຄື່ອນ​ໄຫວ​ຕ້ານ​ການລັກ​ລອກ​ແບບ​ທີ່​ຜິດ​ກົດໝາຍ​ສາມ​ເທື່ອ​ແລ້ວ.