ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-17 19:49:01    
ກະຊວງ​ການ​ຄ້າ​ຈີນ​ສະ​ແດງ​ຄວາມ​ເສຍ​ດາຍ​ຕໍ່​ສະ​ຫະ​ພາບ​ເອີ​ລົບ​ ອາ​ເມ​ລິ​ກາ​ແລະ​ກາ​ນາ​ດາທີ່​ຮຽກ​ຮ້ອງ​ໃຫ້​ສ້າງ​ໜ່ວຍ​ຜູ້​ຊ່ຽວ​ຊານ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ຫວ່າງ​ມໍ່ໆ​ນີ້, ທ່ານ​ສົງ​ຊວນ ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ໄດ້​ສະ​ແດງ​ຄວາມ​ເສຍ​ດາຍ​ຕໍ່​ສະຫະພາບ​ເອີ​ລົບ​ ອາ​ເມ​ລິ​ກາ​ແລະ​ກາ​ນາ​ດາທີ່ຮຽກຮ້ອງ​​ໃຫ້ອົງການ​ການ​ຄ້າ​ໂລກ​ສ້າງໜ່ວຍ​ຜູ້​ຊ່ຽວຊານກ່ຽວ​ກັບ​ຂໍ້​ກຳນົດ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ​ເຄື່ອງ​ອາ​ໄຫລ່​ລົດຍົນ​ຂອງ​ຈີນ.

ທ່ານ​ສົງ​ຊວນ​ເວົ້າວ່າ, ຂໍ້​ກຳນົດ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ​ເຄື່ອ​ງອາ​ໄຫລ່ລົດຍົນ​ຂອງ​ຈີນ​ແມ່ນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພວກ​ຜິດ​ກົດ​ໝາຍ​ນຳ​ໃຊ້​ຄວາມ​ໂຕນ​ກັນ​ດ້ານ​ພາສີ​ຂອງ​​ລົດທັງ​ຄັນກັບ​ເຄື່ອ​ງອາ​ໄຫລ່​ລົດ​ມາຫຼົບຫຼີກການ​ກວດກາຂອງດ່ານພາສີ​ແລະ​ໜີ​ພາສີ, ​ແມ່ນ​ມາດ​ຕະການ​ທີ່ຕ້ານ​ການປະກອບ​ລົດ​ຢ່າງ​ຜິດ​ກົດໝາຍ​ແລະ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ບໍລິ​ໂພ​ກ, ​ແມ່ນ​ສອດຄ່ອງ​ກັບ​ກະຕິ​ກາ​ຂອງອົງການ​ການ​ຄ້າ​ໂລກ. ຕໍ່​ເລື່ອງ​ນີ້, ຝ່າຍຈີນ​ໄດ້​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ໃນ​ເວລາປຶກສາ​ຫາລື​ກັບ​ສະຫະພາບ​ເອີ​ລົບ ອາ​ເມ​ລິ​ກາ​ແລະ​ກາ​ນາ​ດາ​ທີ່​ຈັດ​ຂຶ້ນ​ກ່ອນ​ໜ້າ​ນີ້​ແລ້ວ, ຝ່າຍ​ຈີນ​ໄດ້​ສະ​ແດງ​ຄວາມ​ຈິງ​​ໃຈ​ຢ່າງຫຼວງຫຼາຍ. ​ ​ຕໍ່​ສະຫະພາບ​​ເອີ​ລົບ ອາ​ເມ​ລິ​ກາ​ແລະ​ກາ​ນາ​ດາ​ຮຽກຮ້ອງ​ໃຫ້​ສ້າງ​ໜ່ວຍ​ຜູ້​ຊ່ຽວຊານ. ຝ່າຍ​ຈີນສະ​ແດງ​ຄວາມ​ເສຍດາຍ.