ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-18 19:25:10    
ຝ່າຍ​ແຜ່ນດິນ​​ໃຫຍ່​ຈີນ​ໄດ້​ສ້າງ​ກົນ​ໄກ​ຮັບ​ປະ​ກັນ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ນັກ​ທຸ​ລະ​ກິດໄຕ້​ຫວັນ​ໃນ​ຂັ້ນ​ພື້ນ​ຖານ​ແລ້ວ

cri Author: mo
ຕາມ​ຂ່າວ​CRI:ມື້ນ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ເຈິ້ງ​ລີ້​ຈົ່ງ ຮອງ​ຫົວໜ້າ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດຈີນ​ກ່າວ​ວ່າ, ຝ່າຍ​ແຜ່ນດິນ​​ໃຫຍ່​ຈີນ​ໄດ້​ສ້າງ​ກົນ​ໄກ​ຮັບປະກັນ​ສິດ​ແລະ​ຜົນ​ປະ​ໂຫຍດຂອງ​ນັກທຸລະກິດ​ໄຕ້​ຫວັນ​ໃນ​ຂັ້ນ​ພື້ນຖານ​ແລ້ວ.

ທ່ານ​ເຈິ້ງ​ລີ້​ຈົ່ງ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ຈັດການ​​ເຈລະຈາວຽກງານກັບ​ທ່ານ​ຈ່ຽງປິງຄຸນ ຮອງ​ປະທານ​ພັກ​ກົກ​ມິນ​ຕັງ​ຈີນ. ທ່ານ​ເຈິ້ງ​ລີ້​ຈົ່ງ​ກ່າວ​ວ່າ, ​ແຕ່​ປີ​ກາຍ​​ເປັນຕົ້ນມາ, ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ພ້ອມ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ, ​ໄດ້ດຳ​ເນີນ​ການ​ສຳຫຼວດຄົ້ນຄວ້າ​ໂດຍ​ຈຳ​ເພາະ​ແລະ​ຊຸກ​ຍູ້​ການ​ແກ້​ໄຂ​ບັນຫາ​ກ່ຽວ​ກັບ​ວິ​ສາ​ຫະກິດ​ທຶນ​ໄຕ້​ຫວັນ​ໄດ້​ຮັບແລະ​ນຳ​ໃຊ້​ທີ່​ດິນ​​ໃນ​ການ​ລົງທຶນ​ຢູ່​ແຜ່ນດິນ​ໃຫຍ່, ຮັກສາ​ຄວາມ​ປອດ​ໄພ​ດ້ານ​ຮ່າງກາຍ​ແລະ​ຊັບ​ສິນ​ຂອງ​ນັກທຸລະກິດ​ໄຕ້​ຫວັນ​, ແລະສິນຄ້າ​ຂາ​ເຂົ້າຂາ​ອອກ​ຂອງ​ວິ​ສາ​ຫະກິດ​ທຶນ​ໄຕ້​ຫວັນ​ຜ່ານ​ດ່ານ​ເປັນຕົ້ນ. ປັດຈຸບັນ, ກົນ​ໄກຮັບປະກັນ​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ນັກທຸລະກິດ​ໄຕ້​ຫວັນ​ທີ່​ເປັນ​ລະບອບ​ແລະ​ເປັນ​ປົກກະຕິ​ໄດ້​ສ້າງຕັ້ງຂຶ້ນ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​ແລ້ວ.