ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-18 21:01:59    
ຜູ້​ຊ່ຽວຊານ​ກ່າວ​ວ່າ, ການ​ເກັບ​ຄ່າ​ລິ​ຂະ​ສິດ​ນຳ​ກະ​ລາ​ໂອ​ເກະ​ແມ່ນ​ຄວາມ​ກ້າວ​ໜ້າ​ອີກ​ກ້າວ​ໜຶ່ງ​ຂອງ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ຈີນ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 18 ກັນຍາ, ຢູ່​ທີ່​ປັກ​ກິ່ງ, ​ໃນ​ເວລາ​ທ່ານ​ສາ​ສະ​ດາ​ຈານ​ລີ​ວຊຸນ​ຖຽນ ຫົວໜ້າ​ສູນ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ມະຫາວິທະຍາ​ປະຊາຊົນ​ຈີນ​ເຂົ້າຮ່ວມ​ລາຍການ​ສຳພາດ​ຂອງ​ເວັບ​ໄຊ​ຊີງ​ຮວານັ້ນ, ທ່ານ​ເວົ້າວ່າ, ​ໃນ​ໄລຍະ​ມໍ່ໆ​ນີ້, ລັດ​ຈະ​ເກັບ​ຄ່າ​ລິ​ຂະ​ສິດ​ນຳບົດ​ເພງ​ທີ່​​ກະລາ​ໂອ​ເກະ​ໃຊ້​, ນີ້​ແມ່ນ​ມາດ​ຕະການ​ອີກ​ລາຍ​ໜຶ່ງຂອງ​ລັດຖະບານ​ຈີນ​​ເພື່ອ​ເພີ່ມ​ທະວີ​ການປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ໃນ​ຂົງ​ເຂດ​ດົນຕີ, ​​ເຊິ່ງສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ຈີນ​ໃນ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ.

ທ່ານ​ລີ​ວຊຸນ​ຖຽນຊີ້​ອອກ​ວ່າ, ການ​ເກັບ​ຄ່າ​ລິ​ຂະ​ສິດ​ຂອງ​ບົດ​ປະພັນດົນຕີ​ແມ່ນ​ຮີດ​ສາກົນ.
ປັດຈຸບັນ, ​ແຜ່ນດິນ​ໃຫຍ່​ຈີນ​ມີ​ຮ້ານ​ກະລາ​ໂອ​ເກະປະມານ 1 ​ແສນຫຼັງ, ​ສະ​ເລ່ຍ​ແລ້ວ, ແຕ່ລະຫຼັງມີ​ 10 ຫ້ອງ​. ​​​ໃນເວລາ​ດົນ​ນານ​ມາ​ນີ້, ຮ້ານ​ກະລາ​ໂອ​ເກະ​ເຫຼົ່ານີ້​ບໍ່​ໄດ້​ຈ່າຍຄ່າ​ລິ​ຂະ​ສິດ​ບົດ​ປະພັນ​ດົນຕີ​ຈັກ​ເທື່ອ.