ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-19 20:30:32    
ຝ່າຍ​ຈີນຂໍໃຫ້​ບັນ​ດາ​ຝ່າຍ​ຂອງ​ການ​ເຈ​ລະ​ຈາ 6 ຝ່າຍ​ຈົ່ງ​ຮັກ​ສາ​ຄວາມ​ອົນ​ກັ້ນ​ເພື່ອ​ບໍ່​ໃຫ້​ສະ​ຖາ​ນະ​ການ​ສັບ​ສົນ​ເຂົ້າ

cri Author: mo
ຕາມ​ຂ່າວCRI:​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ມື້​ນີ້, ທ່ານ​ສີນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ບັນດາ​ຝ່າຍ​ຂອງການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີຄວນຮັກສາ​ຄວາມ​ອົນ​ກັ້ນ​, ​ເພື່ອຊຸກ​ຍູ້​​ໃຫ້ການ​ເຈລະຈາ 6 ຝ່າຍ​ຟື້ນ​ຟູ​ກອງ​ປະຊຸມໂດຍ​ໄວ.

ທ່ານ​ສີນ​ກ່າງ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​​ເວລາ​ຕອບ​ບັນຫາ​ກ່ຽວ​ກັບ​ລັດຖະບານ​ຍີ່​ປຸ່ນຜ່ານ​ຮັບຮອງ​ມາດ​ຕະການ​ລົງ​ໂທດ​ດ້ານ​ການ​ທະນາຄານ​ຕໍ່​ສປປ​ເກົາຫລີ​ໃນ​ມື້ນີ້.

ທ່ານ​ສີນ​ກ່າງ​ເວົ້າວ່າ, ຝ່າຍ​ຈີນ​ມີ​ເຈດ​ຈຳນົງ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ໃຫ້​ແກ້​ໄຂ​ບັນຫາ​ດ້ວຍ​ການ​ສົນທະນາ​ກັນ, ​ແລະ​ຄັດຄ້ານ​ການ​ລົງ​ໂທດ. ປັດຈຸບັນ, ສະຖານະ​ການ​ແຫຼມ​ເກົາຫຼີສັບສົນ​ແລະ​ສະ​ດຸ້ງ​ໄວ, ຫວັງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງຈົ່ງຮັກສາ​ຄວາມ​ອົດ​ກັ້ນ​ໄວ້​ແລະ​ໃຈ​​ເຢັນ, ຖື​ພາ​ກສ່ວນ​ໃຫຍ່​ແຫ່ງ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫລີ​ແລະ​ອາຊີ​ຕາ​ເວັນ​ອອກ​ສຽງ​ເໜືອ​ເປັນ​ແກ່, ປ້ອງ​ກັນ​ບໍ່​ໃຫ້​ສະ​ຖາ​ນະ​ການ​ສັບສົນ​ເຂົ້າອີກ, ຍາດ​ແຍ່ງ​ຟື້ນ​ຟູ​ການ​ເຈລະຈາ​ຄືນ​ໃໝ່​ໂດຍ​ໄວ. ທ່ານ​ກ່າວ​ວ່າ, ຝ່າຍ​ຈີນ​ຍັງ​ຄົງເຫັນ​ວ່າ, ການ​ເຈລະຈາ 6 ຝ່າຍ​ແມ່ນ​ຊ່ອງ​ທາງ​ທີ່​ບັງ​ເກີດ​ຜົນ​ແລະຕິດ​ແທດ​ຕົວ​ຈິງ​ໃນ​ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍຂອງ​ແຫຼມ​ເກົາຫລີ.