ໂຄສົກກະຊວງການຕ່າງປະເທດຈີນກ່າວຄຳປາໄສສະແດງທັດສະນະກ່ຽວກັບສະຖານະການຂອງໄທໃນສະເພາະໜ້າ
cri
ຕາມຂ່າວcri: ວັນທີ20 ກັນຍາ,ທ່ານຊິນກ່າງ ໂຄສົກກະຊວງການຕ່າງປະເທດຈີນໄດ້ສະແດງທັດສະນະວ່າ,ການປ່ຽນແປງຂອງສະຖານະການພາຍໃນປະເທດໄທແມ່ນວຽກງານພາຍໃນຂອງໄທ.ລັດຖະບານຈີນປະຕິບັດຫຼັກການທີ່ບໍ່ແຊກແຊງວຽກງານພາຍໃນຂອງປະເທດອື່ນໂດຍຕະຫຼອດ.ຈີນແລະໄທແມ່ນປະເທດໃກ້ຄຽງທີ່ມີໄມຕີຈິດຕໍ່ກັນ,ພວກເຮົາຂໍໃຫ້ໄທຈົ່ງມີຄວາມກົມກຽວກັນແລະຈະເລີນຮຸ່ງເຮືອງ,ມີຄວາມສະຫງົບແລະປະຊາຊົນຢູ່ເຢັນເປັນສຸກ,ການພົວພັນມິດຕະພາບລະຫວ່າງຈີນກັບໄທຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
|
|