ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-21 18:37:29    
ຈີນ​ໄດ້ສ້າງ​ສະ​ຖາ​ບັນ​ຂົງຈື້ 108 ​ແຫ່ງ​ໃນ​ໂລກ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ​ນັບແຕ່​ສະ​ຖາ​ບັນ​ຂົງຈື້​ແຫ່ງ​ທຳ​ອິດ​ສ້າງ​ຕັ້ງຂຶ້ນ​ຢູ່​​ເຊ​ອຸ່ນ ນ​ະຄອນຫຼວງສ.​ເກົາຫລີ​ເມື່ອ​​ເດືອນ​ພະຈິກ​ປີ 2004 ມາ​ຮອດ​ປັດຈຸບັນ, ຈີນ​ໄດ້​ສ້າງ​ສະ​ຖາ​ບັນ​ຂົງຈື້ 108 ​ແຫ່ງ​ແລະ​ຫ້ອງ​ຮຽນ​ຂົງຈື້ 12 ​ແຫ່ງ​ຢູ່ 46 ປະ​ເທດ​ແລະ​ເຂດ​ແຄວ້ນ​​​​ໃນ​ໂລກ​ແລ້ວ.

ສະ​ຖາ​ບັນ​ຂົງຈື້ 108 ​ແຫ່ງ​ນີ້​ສ່ວນຫຼາຍ​ແຈກ​ຢາຍ​ຢູ່​ອາຊີ ​ເອີ​ລົບ​ແລະ​ທະວີບອາ​ເມ​ລິ​ກາ.

ສະ​ຖາ​ບັນ​ຂົງຈື້ຢູ່​ຕ່າງປະ​ເທດ​ຕົ້ນຕໍ​ແມ່ນ​ສອນ​ພາສາ​ຈີນ​ໃຫ້​ບຸກຄົນ​ປະ​ເພດ​ຕ່າງໆ​, ອົບຮົມ​ຄູ​ສອນ​ພາສາ​ຈີນ​ໃຫ້​ອົງການຕ່າງໆ, ດຳ​ເນີນ​ການ​​ເສັງ​ລະດັບພາສາ​ຈີນ, ​ແລະ​ຮັບຮອງຄຸນ​ວຸດ​ທິຂອງ​ຄູ​ສອນ​ພາສາ​ຈີນ, ນອກ​ນີ້, ຍັງ​ສະໜອງ​ການ​ບໍລິການ​ໃຫ້​ຄຳ​ປຶກສາ​ຂໍ້​ມູນ​ຂ່າວສານ​ດ້ານ​ວັດ​ທະ​ນະ​ທຳ​ ​ເສດຖະກິດ​ແລະ​ສັງຄົມ​ຂອງ​ຈີນ​​ໃຫ້​ຜູ້​ຕ້ອງການ. ຫວ່າງ​ມໍ່ໆ​ນີ້, ລັດຖະບານ​ຈີນ​ເຄີຍ​ໃຫ້​ສັນຍາ​ວ່າ, ຈະ​ສະໜັບສະໜູນ​ວຽກ​ງານ​ຂອງ​ສະ​ຖາ​ບັນ​ຂົງຈື້ດ້ວຍ​ຄວາມ​ສາມາດ​ຂອງ​ຕົນ, ສ້າງ​ຄວາມ​ສະດວກ​ໃຫ້​ຜູ້​ຮຽນ​ພາສາ​ຈີນ​ຢູ່​ຕ່າງປະ​ເທດຫຼາຍກວ່າ​ເກົ່າ.