ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-21 20:05:11    
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ໜ້າ​ທີ່​ອັນ​ຮີບ​ດ່ວນ​​ໃນ​ສະ​ເພາະ​ໜ້າ​ນີ້​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ​ແມ່ນ​ລົບ​ລ້າງ​ອຸປະ​ສັກ​ທາງ​ການ​ເມືອງ​ທີ່​ຂັດ​ຂວາງ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຂອງ​ສອງ​ປະ​ເທດ​ນັ້ນ​ຢ່າງ​ເຖິງ​ຖອງ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 21 ກັນຍາ, ຢູ່​ທີ່ປັກ​ກິ່ງ, ທ່ານ​ສິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໄດ້​ວິຈານ​ການ​ພົວພັນ​ລະຫວ່າງຈີນ​ຍີ່​ປຸ່ນວ່າ, ໜ້າ​ທີ່​ອັນ​ຮີບ​ດ່ວນ​​ໃນ​ສະ​ເພາະ​ໜ້າ​ນີ້ແມ່ນ​ລົບ​ລ້າງ​ອຸປະສັກ​ທີ່​ຂັດຂວາງ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ຍີ່ປຸ່ນ​ ​ແລະ​ຂັດຂວາງ​ສອງ​ປະ​ເທດ​ໄປມາຫາ​ສູ່​ກັນ​ແລະ​ຮ່ວມ​ມື​ກັນນັ້ນຢ່າງ​ເຖິງ​ຖອງ, ​ເຮັດ​ໃຫ້ການ​ພົວພັນ​ຈີນ​ຍີ່​ປຸ່ນກັບ​ຄືນ​ສູ່​ໂຄຈອນ​ພັດທະນາ​ຢ່າງ​ເປັນ​ປົກ​ກະຕິ.

ວັນ​ທີ 20 ກັນຍາ, ທ່ານ​ອາ​ເບ ຊີ​ນ​ໂຈ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ພັກ​ຈີ​ມີນຂອງ​ຍີ່​ປຸ່ນ. ກ່ຽວ​ກັບ​ເລື່ອງ​ນີ້, ​ໃນກອງ​ປະຊຸມ​ຖະ​ແຫຼງຂ່າວ, ທ່ານ​ສິນ​ກ່າງ​ເວົ້າວ່າ, ຝ່າຍ​ຈີນ​ຫວັງ​ໃຫ້​ຝ່າຍ​ຍີ່​ປຸ່ນ​​ໃຊ້​ການ​ກະທຳ​ຕົວ​ຈິງ, ເຮັດ​ໃຫ້​ຄຳໝັ້ນສັນຍາ​ຂອງ​ເຂົາ​ທີ່​ເອົາ​ໃຈ​ໃສ​ການ​ພົວພັນ​ຈີນ​ຍີ່​ປຸ່ນ ສຳຫຼວດຕົນ​ເອງ​​ແລະ​ຂໍ​ຂະ​ມາ​ໂທດ​ໃນ​ບັນຫາ​ປະຫວັດສາດ​ນັ້ນບັນລຸ​ຜົນ​ເປັນ​ຈິງ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ປົວ​ແປງ​ແລະ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ຍີ່​ປຸ່ນ. ທ່ານ​ກ່າວ​ເນັ້ນວ່າ, ການ​ແກ້​ໄຂ​ບັນຫາ​ປະຫວັດສາດ​ແລະ​ບັນຫາ​ໄຕ້​ຫວັນ​ຢ່າງ​ເໝາະ​ສົມ​ແລະ​ຖືກຕ້ອງ​ແມ່ນ​ພື້ນຖານ​ທາງການ​ເມືອງ​ຂອງ​ການ​ພົວພັນ​ຈີນ​ຍີ່​ປຸ່ນ.