ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-21 20:10:30    
ເຈົ້າໜ້າ​ທີ່​ຈີນ​ກ່າວ​ວ່າ, ຈີນ​ບໍ່​​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ໃຫ້​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຫັນ​ເປັນ​ອັນ​ດຽວ​ກັນ

cri Author: mo
ຕາມ​ຂ່າວ​CRI: ວັນ​ທີ 21 ກັນຍາຢູ່​ທີ່​ປັກ​ກິ່ງ, ທ່ານ​ຕ່າ​ນຈູ່ອາງ​ປັ່ນ ຮອງ​ຫົວໜ້າ​ຄະນະ​ກຳມະການ​ວຽກ​ງານ​ຊົນ​ເຜົ່າ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ຈີນ​ບໍ່​​ໄດ້​ປະຕິບັດ​ນະ​ໂຍບາຍ​ໃຫ້​ວັດທະນະທຳ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຫັນ​ເປັນ​ອັນ​ດຽວ​ກັນ.

ໃນ​ເວລາ​ຕອບ​ບັນຫາ​ຂອງ​ນັກ​ຂ່າວ​ຢູ່​ກອງ​ປະຊຸມ​ຂ່າວ​ທີ່​ຫ້ອງການ​ຖະ​ແຫຼງຂ່າວ​ຂອງ​ລັດຖະບານ​ຈີນຈັດ​ຂຶ້ນ, ​ເຈົ້າໜ້າ​ທີ່​ເຜົ່າ​ຕິ​ເບ​ດຜູ້​ນີ້​ເວົ້າວ່າ, ນະ​ໂຍບາຍ​ຊົນ​ເຜົ່າ​ຂອງ​ຈີນ​ແມ່ນ​ສ້າງ​ຢູ່​ບົນ​ພື້ນຖານ​ທີ່​ສະ​ເໝີ​ພາບ ​ເຄົາລົບ​ ສາມັກຄີ​ແລະ​ຊ່ອຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ. ກົດໝາຍ​ຕ່າງໆຂອງ​ຈີນ​ເຊັ່ນ "ລັດຖະທຳ​ມະນູນ" ​ແລະ​"ກົດໝາຍ​ວ່າ​ດ້ວຍ​ການ​ປົກຄອງ​ຕົນ​ເອງ​ໃນເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ"​ເປັນຕົ້ນລ້ວນ​ແຕ່​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງວ່າ, ຫ້າມ​ດູ​ໝິ່ນ​ຊົນ​ເຜົ່າ, ​ເຄົາລົບ​ວັດທະນະທຳ​ຂອງ​ບັນດາຊົນ​ເຜົ່າ, ສະໜັບສະໜູນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ພັດທະນາ​ວັດທະນະ​ທຳ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຊົນ​ເຜົ່າ​ຕົນ, ພັດທະນາ​ແລະ​ນຳ​ໃຊ້​ພາສາ​ແລະຕົວ​ໜັງສືຂອງ​ຊົນ​ເຜົ່າ​ຕົນ.

ທ່ານ​ຕ່າ​ນຈູ່ອາງ​ປັ່ນ​ເວົ້າວ່າ, ​ໃນ 50 ກວ່າ​ປີ​ມາ​ນີ້, ຈີນ​ໄດ້​​ເກັບ​​ໂຮມ​ໜັງສື​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ລ້ານ​ກວ່າ​ຊະນິດ, ​​ແລະ​ພິມ​ຈຳ​ໜ່າຍ 5 ພັນ​ກວ່າ​ຊະນິດ. ນອກ​ນັ້ນ, ພາສາ​ແລະ​ຕົວ​ໜັງສື​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ກວ້າງຂວາງ​ສົມຄວນ​ໃນ​ປື້​ມ ໜັງສືພິມ ວິທະ​ຍຸ ຮູບ​ເງົາ​ແລະ​ໂທລະພາບ. ປັດຈຸບັນ, ຢູ່​ຈີນ, ສະ​ເພາະ​ແຕ່ໜັງສືພິມ​ແລະ​ວາລະສານ​ທີ່​ໃຊ້​ຕົວ​ໜັງສື​ຊົນ​ເຜົ່າ​ກໍ​ໄດ້​ລື່ນກາຍ 320 ຊະນິດ.