ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-22 20:20:55    
ທ່ານ​ຫູ​ຈິນທ່າວ​ກ່າວ​ວ່າ, ຈີນ​ອາ​ເມ​ລິ​ກາ​ຄວນ​ພ້ອມ​ກັນ​ພະ​ຍາ​ຍາມ​​ຂະ​ຫຍາຍ​ຜົນ​ປະ​ໂຫຍດ​ຮ່ວມ​ຢ່າງ​ບໍ່​ຢຸດ​ຢັ້ງ

cri Author: MO

ຕາມ​ຂ່າວ​CRI: ວັນ​ທີ 22 ກັນຍາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫູ​ຈິນທ່າວ ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ອາ​ເມ​ລິ​ກາ​ຄວນ​ພ້ອມ​ກັນ​​ພະຍາຍາມຂະຫຍາຍຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຢ່າງ​ບໍ່​ຢຸດຢັ້ງ, ​ເຄົາລົບ​ແລະ​ເບິ່ງ​ແຍງ​ເລື່ອງ​ທີ່​ຝ່າຍ​ກົງກັນຂ້າມ​ສົນ​ໃຈ, ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ລັກສະນະ​ສ້າງສັນ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ຢ່າງຮອບດ້ານ, ພ້ອມ​ກັນ​ສຸມ​ກຳລັງ​ສ້າງ​ໂລກ​ທີ່​ກົມກຽວ​ກັນ​ທີ່ມີ​ສັນຕິພາບ​ຖາ​ວອນ ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ​ທົ່ວ​ໄປ.

ທ່ານ​ຫູ​ຈິນທ່າວ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ພົບ​ປະ​ທ່ານ​ປາ​ວ​ເຊີນ(ຊ້າຍ) ຜູ້​ຕາງໜ້າ​ພິ​ເສດ​ຂອງປະທານາທິບໍດີ​ ​ລັດຖະມົນຕີ​ວ່າການກະຊວງ​ການ​ເງິນອາ​ເມ​ລິ​ກາ.

ໃນ​ໄລຍະ​ທ່ານ​ປາວ​ເຊີນຢ້ຽມຢາມ​ຈີນ ຈີນ​ອາ​ເມ​ລິ​ກາ​ໄດ້​ເລີ່​ມຕົ້ນກົນ​ໄກ​ສົນທະນາ​ເສດຖະກິດ​ຍຸດ​ທະ​ສາດ. ທ່ານ​ຫູ​ຈິນທ່າວ​ຫວັງ​ໃຫ້​ສອງ​ຝ່າຍ​ນຳ​ໃຊ້​ກົນ​ໄກ​ນີ້​ຢ່າງ​ເຕັມ​ສ່ວນ, ປະກອບ​ຄຳ​ຄິດ​ຄຳ​ເຫັນ​ແກ່​ຜູ້ນຳ​ຊັ້ນສູງ​ຂອງ​ສອງ​ປະ​​ເທດ​ໃນ​​ເວລາ​ຕັດສິນ​ນະ​ໂຍບາຍ, ​ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ ​ແລະ​ຊຸກ​ຍູ້​ການ​ພັດ​ທະນາ​ພ້ອມ​ກັນ.

ມື້​ດຽວ​ກັນ, ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນກໍ​ໄດ້​ພົບ​ປະ​ທ່ານ​ປາວ​ເຊີ(ຊ້າຍ), ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ, ການ​ພົວພັນ​ເສດຖະກິດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ຄວນ​ມີ​ລັກສະນະ​ໝັ້ນຄົງ​​ຍາວ​ນານ, ຕ້ອງ​ເບິ່ງ​ແຍງ​ເລື່ອງ​ທີ່​ສົນ​ໃຈ​ນຳ​ກັນ.

ໃນ​ເວລາ​ພົບ​ປະ​ຜູ້ນຳ​ຈີນ, ທ່ານ​ປາວ​ເຊີ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຈີນ​ສ້າງ​ກົນ​ໄຂ​ສົນທະນາ​ເສດຖະກິດ​ຍຸດ​ທະ​ສາດ​ມີ​ຜົນ​ດີ​ຕໍ່​ສອງ​ປະ​ເທດ​ແລະ​ທົ່ວ​ໂລກ. ຝ່າຍ​ອາ​ເມ​ລິ​ກາ​ຍິນ​ດີ​ສະ​ແຫວ​ງຫາ​ວິທີ​ແກ້​ໄຂ​ຄວາມ​ຂັດ​​ແຍ່ງ​ກັນ​ທີ່​​ເກີດຂຶ້ນໃນ​ການ​ພົວພັນ​ເສດຖະກິດກັບ​ຝ່າຍ​ຈີນ.

ຕອນ​ບ່າຍ​ມື້​ດຽວ​ກັນ, ທ່ານ​ປາວ​ເຊີ​​ໄດ້​ສິ້ນສຸດ​ການ​ຢ້ຽມຢາມ​ຈີນ​ເປັນ​ເວລາ 4 ມື້.