ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-24 17:27:17    
ຈີນ​ເກັບ​ຫ້ອງ​ກັບ​ຄືນ​ຂອງ​ດາວ​ທຽມ​ບົ່ມ​ເພາະ​ແນວ​ພັນ​ໃໝ່" ພຶດ​ຕິ​ກຳ​ເລກ​8"ຢ່າງ​ສຳ​ເລັດ​ຜົນ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ຕອນເຊົ້າວັນ​ທີ 24 ກັນຍາ,ຈີນ​ໄດ້ເກັບ ຫ້ອງ​ກັບ​ຄືນ​ຂອງດາວ​ທຽມບົ່ມເພາະແນວພັນໃໝ່" ພຶດຕິ​ກຳ​ເລກ8"ຢ່າງ​ສຳ​ເລັດ​ຜົນ.

​ໃນ​ຖານະ​ເປັນ​ດາວ​ທຽມ​ທົດ​ລອງ​ເຕັກນິກ​ວິທະຍາສາດ​ແບ​ບ​ເກັບ​ຄືນ ​ເຊິ່ງ​ແມ່ນ​ຈີນ​ຄົ້ນຄວ້າ​ຜະລິດເພື່ອບົ່ມເພາະແນວພັນໃໝ່​ໃນ​ອະວະກາດ​ໜ່ວຍ​ທຳ​ອິດ,​ວັນ​ທີ 9 ​ເດືອນ​ນີ້,ດາວ​ທຽມ​ບົ່ມເພາະແນວພັນໃໝ່"​ພຶດຕິ​ກຳເລກ8"​ໄດ້​ຖືກ​ລູກ​ສອນ​ໄຟ​ບັນທຸກ"ຊາງ​ເຈີ່​ງ​ເລກ2ຄ"ຍິງສົ່ງ​ຈາກ​ສູນ​ຍິງສົ່ງ​ດາວ​ທຽມ​ຈີວສວນ​ທີ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ ເຂົ້າໂຄຈອນທີ່ກຳນົດໄວ້ຢ່າງສຳ​ເລັດ​ຜົນ.

ຜູ້​ຮັບຜິດຊອບ​ສູນ​ຄົ້ນຄວ້າ​ການບົ່ມເພາະແນວພັນໃໝ່ຢູ່ອະວະກາດຂອງ​ກະຊວງ​ກະສິກຳ​ຈີນ​ເວົ້າວ່າ,ພາຍຫຼັງ​ເກັບແນວພັນກັບ​ຄືນ​ແລ້ວ,ກະຊວງ​ກະສິກຳ​ຈະ​​​ບົ່ມ​ເພາະ​​ແນວ ພັນໃໝ່​ທີ່​ຜະລິດ​ໄດ້​ໝົດຫຼາຍ ມີ​ຄຸນ​ນະພາ​ບສູງ​ແລະປະສິດທິຜົນສູງ,ພ້ອມກັນນັ້ນ ຍັງຈະຍົກລະດັບບົ່ມເພາະແນວພັນໃໝ່ຢູ່ອະວະກາດໃຫ້ສູງຂຶ້ນ.

ຕາມແນະນຳວ່າ,ປະຈຸບັນ ເຕັກນິກເກັບດາວທຽມແບບຄືນໜ້າດິນ​ຂອງ​ຈີນ​ໄດ້​ເຂົ້າສູ່​ຖັນ​ແຖວ​ນຳ​ໜ້າ​ຂອງ​ໂລກ,ນີ້​ໄດ້​ສ້າງ​ພື້ນຖານ​​ເຕັກນິກ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່ຈີນປະຕິບັດໂຄງການການບິນ​ອະວະກາດ​ບັນທຸກ​ຄົນ​.