ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-24 17:42:13    
ກອງ​ປະ​ຊຸມ​ລະດັບ​ລັດ​ຖະ​ມົນຕີ​ຄັ້ງທີ​ສອງ​ຂອງ​ເວທີ​ປາ​ໄສ​ການຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ເວົ້າ​ພາສາ​ປອກ​ຕຸຍ​ການ

cri

ຕາມ​ຂ່າວສານ​ຊິນ​ຮວາ:ຕອນ​ເຊົ້າ​ວັນ​ທີ24 ກັນຍາ,"ກອງ​ປະຊຸມ​ລະດັບລັດຖະມົນຕີ​ຄັ້ງ​ທີ​ສອງ​ຂອງ​ເວທີ​ປາ​ໄສການ​ຮ່ວມ​ມື​ດ້ານ​ເສດ​ຖະກິດການ​ຄ້າ​ລະຫວ່າງ​ປະ​ເທດ​ຈີນ​ກັບປະ​ເທດ​​ເວົ້າພາສາ​ປອກຕຸຍ​ການ"​ໄດ້ຈັດ​ຂຶ້ນ​ຢູ່​ມາ​ກາວ.ທ່ານ​ຮວ້າຈ້ຽນໝິນ ​ທີ່​ເປິກສາ​ແຫ່ງ​ລັດ​ຈີນ​ທັງ​ເປັນເລຂາທິການ​​ໃຫຍ່ຂອງ​ຄະນະ​ລັດຖະບານຈີນກ່າວ​ປາ​ໄສ​ໃນ​ພິທີ​​ໄຂ​ກອງ​ປະຊຸມວ່າ,​ທ່ວງທ່າ​ພັດທະນາ​ເສດຖະກິດ​ການ​ຄ້າ​ຈີນ​​ແລະ​ປະ​ເທດ​ເວົ້າພາສາ​ປອດ​ຕຸຍ​ການດີຫຼາຍ,ກຳລັງ​ບົ່ມ​ຊ້ອນ​ແມ່ນ​ໃຫຍ່​ຫຼວງ,ການ​ຮ່ວມ​ມືມີ​ພາບ​ອະນາຄົດ​ອັນກວ້າງຂວາງ.

ທ່ານ​ຮວ້າ​ຈ້ຽນ​ໝິນ​ຕາງ​ໜ້າ​ລັດ​ຖະ​ບານ​ຈີນ​ອວຍພອນ​ກອງ​ປະຊຸມ​​ໄດ້​ໄຂ​ຂຶ້ນ,​ແລະ​​ໄດ້​ວາງ​ຂໍ້​ສະ​ເໜີ້​ກ່ຽວ​ກັບ​ການ​ຮ່ວມ​ມືອັນ​ເລິກ​ເຊິ່ງລະຫວ່າງ​ສອງ​ຝ່າຍ.

ທ່ານ​ເ​ຫີ​ໂຮ້ຮວາ ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ມາ​ກາ​ວກ່າວ​ຄຳ​ປາ​ໄສ​ວ່າ,ມາ​ກາວ​ຈະ​ສືບ​ຕໍ່​ເປັນ​ເວທີ​ທີ່​ດີ,ປະກອບສ່ວນ​ເຂົ້າ​ໃນ​ການຊຸກຍູ້​ການ​ຮ່ວມ​ມື​ແລະ​ການ​ແລກປ່ຽນ​ດ້ານເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບປະ​ເທດ​​ເວົ້າພາສາ​ປອກຕຸຍ​ການ.