ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-25 18:34:14    
ຝ່າຍ​ຈີນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ຮຸນ​ແຮງ​ແລະ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ​ຕໍ່​ຝ່າຍ​ອາ​ເມ​ລິ​ກາ​ຕິ​ຕຽນ​ສະ​ພາບ​ສິດ​ທິ​ມະ​ນຸດ​ຂອງ​ຈີນ​ຢ່າງ​​ໄຮ້​ສາຍ​ເຫດ

cri Author: da
ຕາມ​ຂ່າວCRI: ວັນ​ທີ 25 ກັນຍາ ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້ສະ​ແດງ​ຄວາ​ມບໍ່ພໍ​ໃຈ​ຢ່າງ​ຮຸນ​ແຮງແລະ​ຄັດຄ້ານ​ຢ່າງ​ເດັດດ່ຽວ​ຕໍ່​ຝ່າຍ​ທີ່​ກ່ຽວຂ້ອງ​ຂອງອາ​ເມ​ລິ​ກາປະກາດບົດ​ລາຍ​ງານ​ກ່ຽວ​ກັບ​ຈີນ​ປະຈຳ​ປີ 2006 ,ບິດ​ເບືອນ​ຄວາມ​ຈິງ, ​ຕິຕຽນ​ສະພາບ​ສິດທິ​ມະນຸດ​ຂອງ​ຈີນ​ຢ່າງ​​ໄຮ້​ສາ​ຍ​ເຫດ.

ທ່ານຊິນກ່າງເວົ້າວ່າ,ຫວ່າງມໍ່ໆນີ້,ບົດ​ລາຍ​ງານ​ປະຈຳ​ປີ​ທີ່ປະກາດໂດຍອັນ​ທີ່​ວ່າ"ຄະນະ​ກຳມະການຈີນ​ພາກສ່ວນບໍລິຫານໃນລັດຖະສະພາ"ອາ​ເມ​ລິ​ກາ ບໍ່​ເອົາ​ຫົວຊາ​ນຳ​ຄວາມ​ກ້າວໜ້າ​ແລະ​ຜົນງານ​ຂອງ​ຈີນ​ໃນ​ຂົງ​ເຂດ​ສິດ​ທິມະນຸດ​ແລະ​ການ​ສ້າງສາ​ລະບອບ​ກົດໝາຍ​ເປັນຕົ້ນ,ບິດ​ເບືອນ​ຄວາມ​ຈິງ,ຕິຕຽນ​ຢ່າງ​ບໍ່​ມີ​ຫຼັກ​ຖານ​ຈັກ​ເມັດ​ຕໍ່​ຝ່າຍ​ຈີນ​ໃນ​ດ້ານ​ລະບອບ​ສັງຄົມ ລະບອບ​ຍຸດຕິ​ທຳ ນະ​ໂຍບາຍ​ຊົນ​ເຜົ່າ​ແລະ​ສາສະໜາ ສະພາບ​ສິດທິ​ມະນຸດ​ເປັນຕົ້ນ,​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງຮ້າຍກາດ,ຝ່າຍ​ຈີນສະ​ແດງ​ຄວາ​ມບໍ່ພໍ​ໃຈ​ຢ່າງ​ຮຸນ​ແຮງແລະຄວາມ​ຄັດຄ້ານ​ຢ່າງ​ເດັດດ່ຽວ​ຕໍ່​ເລື່ອງ​ນີ້.

ທ່ານ​ຊິນ​ກ່າງ​ເວົ້າວ່າ,ຝ່າຍ​ຈີນ​ເຕືອນ​ໃຫ້​ລັດຖະສະພາ​ອາ​ເມ​ລິ​ກາ​ແລະ​ອົງການ​ທີ່​ກ່ຽວຂ້ອງ​ຄວນ​ສຳ​ຫຼວດບັນຫາ​ຂອງ​ຕົນ,​ເຊົາ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນຂອງ​ຈີນ,​ເຮັດວຽກທີ່​ມີ​ຜົນ​ດີ​​ຕໍ່​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໃຫ້​ຫຼາຍ.ຝ່າຍ​ຈີນທວງ​ໃຫ້​ລັດຖະບານ​ອາ​ເມ​ລິ​ກາ​ຈົ່ງ​ປະຕິບັດ​ຫຼັກ​ໝັ້ນອັນ​ເຄັ່ງ​ຂືມຂອງ​ຈີນ,​ໃຊ້​ມາດ​ຕະການ​ຕົວ​ຈິງ​ລົບ​ລ້າງຜົນ​ສະທ້ອນ​ອັນ​ຊົ່ວ​ຮ້າຍ​ຈາກ​ບົດ​ລາຍ​ງານ​ດັ່ງກ່າວ.