ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-25 21:10:38    
ຈີນ​ຈະ​ເພີ່ມ​ການ​ຊ່ອຍ​ເຫຼືອ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ທຸກ​ຍາກ​ເປັນ​ກ້າວໆ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ25 ກັນຍາ,ຢູ່​ປັກ​ກິ່ງ,ທ່ານ​ຮຸຍ​ລຽງ​ຢູ້ ຮອງ​ນາຍົກລັດຖະມົນຕີຈີນກ່າວ​ວ່າ,ຈີນ​ຈະ​ເພີ່ມ​ທະວີ​ການ​ຊ່ອຍ​ເຫຼືອ​ທາງ​ການພັດທະນາ​ຂອງປະ​ເທດ​ທຸກ​ຍາກ​​ເປັນ​ກ້າວໆ​ຕາມ​ຄວາມ​ສາມາດ​ຂອງ​ຕົນ.

ທ່ານ​ຮຸຍ​ລຽງ​ຢູ້​ໃຫ້​ທັດ​ສະ​ນະ​ດັ່ງກ່າວ​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ຊັ້ນ​ສູງ​ທີ່ບຳບັດ​ຄວາມ​ທຸ​ກຍາກອາຊ​ຽນຈີນ​ຍີ່​ປຸ່ນ​​ເກົາຫຼີ​ໃຕ້​(ຫຼື​10+3)ຄັ້ງ​ທີ2ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ.

ທ່ານ​ຮຸຍ​ລຽງ​ຢູ້ກ່າວ​ວ່າ,ພາຍຫຼັງປະ​ເທດ​ຈີນ​ໃໝ່​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ສະ​ເພາະ​ແມ່ນ​ແຕ່​ດຳ​ເນີນ​ການ​ປະ​ຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ​ມາ​ນີ້,ຈີນ​ໄດ້​ແກ້​ໄຂ​ບັນຫາ​ກິນ​ອີ່ມ​ນຸ່ງ​ອຸ່ນ​ຂອງ​ຄົນ​ທຸກ​ຍາກ​​ໃນຊົນນະບົດ200ລ້ານ​ກວ່າ​ຄົນ.ຈີນ​ຈະອຸທິດ​ກຳລັງ​ຂອງ​ຕົນເພື່ອ​ຮັກສາ​ສັນຕິພາບ​ໂລກ​ແລະ​ຊຸກຍູ້ການ​ພັດທະນາ​ພ້ອມ​ກັນ​ໂດຍ​ຜ່ານ​ການ​ກະທຳ​ທີ່​ຕົນ​​ເອງຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ບໍ່​ຂາດ,ຍຶດໝັ້ນ​ການ​ພັດທະນາ​ໂດຍ​ສັນຕິ,​ກ້າວໄປ​ສູ່​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ.ຈີນ​ກໍ່​ຍິນ​ດີ​ພ້ອມ​ກັບ​ບັນດາ​ປະ​ເທດ,ພະຍາຍາມ​​ເລັ່ງລັດ​ວຽກ​ງານ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ອາຊີ​ຕາ​ເວັນ​ອອກ,ລົງ​ເລິກຊຸກຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ລະຫວ່າງ​ອາຊ​ຽນກັບ​ຈີນ​ຍີ່​ປຸ່ນ​​ເກົາຫຼີ​ໃຕ້​(ຫຼື​ເປັນ10+3)​ຢ່າງ​ບໍ່​ຢຸດ​ຢັ້ນ.