ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-26 20:16:46    
ຈີນ​ຫວັງ​ໃຫ້​ຜູ້​ນຳ​ຊຸດ​ໃໝ່​ຂອງ​ຍີ່​ປຸ່ນ​ທຳ​ຄວາມ​ພະ​ຍາ​ຍາມ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ເພື່ອ​ປົວ​ແປງ​ແລະ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ຍີ່ປຸ່ນ

cri

ຕາມ​ຂ່າວcri:ວັນ​ທີ26 ກັນຍາ,ທ່ານສິນກ່າງ ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ຫວັງ​ໃຫ້​ຜູ້ນຳ​ຊຸດ​ໃໝ່ຂອງ​ຍີ່ປຸ່ນ​ທຳ​ຄວາມ​ພະຍາຍາມ​ທີ່​ມີ​ລັກສະນະ​ສ້າງ​ສັນ​ເພື່ອ​ປົວ​ແປງ​ແລະ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ຍີ່ປຸ່ນ,ຫວັງ​ໃຫ້​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຊິນ​ໂຈ ​ອາ​ເບ​ເປັນ​ເອກະສັນ​ກັນ​ໃນ​ດ້ານກິລິຍາ​ວາຈາ​ກ່ຽວ​ກັບ​ນະ​ໂຍບາຍ​ການຕ່າງປະ​ເທດ​ອາຊີ.

ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ທ່ານສິນກ່າງ​ກ່າວ​ວ່າ,ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​​ໃນ​ລະ​ດັບ​ສູງຕໍ່​ການ​ຂະຫຍາຍການ​ພົວພັນ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​​ແລະ​ຮ່ວມ​ມືກັບ​ຍີ່ປຸ່ນ,ປັດ​ຈຸ​ບັນ,ການ​ພົວພັນ​ລະຫວ່າງ​ຈີນ​ຍີ່ປຸ່ນມີ​ອຸປະສັກ,ຝ່າຍ​ຍີ່ປຸ່ນ​ຮູ້ຈັກ​ຂໍ​ປະ​​ເດັ່ນຂອງອຸປະສັກ​ທີ່​ສຸດ. ​ຈີນ​ຍິນ​ດີ​ພ້ອມ​ກັບ​ຍີ່ປຸ່ນ​ທຳ​ຄວາມ​ພະຍາຍາມ​ເພື່ອ​ປົວ​ແປງ​ແລະ​ຂະ​ຫຍາຍການ​ພົວພັນ​ລະຫວ່າງ​ຈີນ​ຍີ່ປຸ່ນ.

ທ່ານ​ສິນກ່າງ​ຊີ້​ອອກ​ວ່າ,​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,ຈີນ​ໄດ້​ສະ​ເໜີ​ເຈດ​ຈຳນົງ​ສຳຄັນຢ່າງ​​ເປັນ​ລະບົບ​ກ່ຽວ​ກັບ​ການ​ປົວ​​ແປງ​ແລະຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ຍີ່ປຸ່ນ,ຂໍ​ກະ​ແຈຂອງ​ການແກ້​ໄຂ​ບັນຫາ​ແມ່ນ​ເຈດ​ຈຳນົງ​ຢ່າງເປັນ​ລະ​ບົບ​ຂອງ​ຈີນ,ຄວາມ​ພະຍາຍາມ​ຂອງຈີນ​​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ຂອງ​ຍີ່ປຸ່ນ​​ແລ້ວຫຼື​ບໍ່,​ແລະ​ຈິດ​ໃຈ"ຖື​ປະຫວັດ​ເປັນ​ແວ່ນ​ແຍງ,ມຸ້ງໜ້າ​​ໄປ​ສູ່ອະນາ​ຄົດ"ທີ່​ສ້າງ​ຂຶ້ນ​ຢູ່​ລະຫວ່າງ​ຈີນ​ຍີ່ປຸ່ນ​ແລະ​ເອກະສານ​ການ​ເມືອງ​ລະ​ຫວ່າງ​ຈີນ​ຍີ່ປຸ່ນ​3ສະບັບຮັບ​ການ​ປະຕິບັດ​ຫຼື​ບໍ່.