ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-27 16:20:45    
ນັກ​ສຶກ​ສາ​ຂອງ​179​ປະ​ເທດ​ມາ​ຮຽນ​ຢູ່​ຈີນ

cri
ຕາມ​ຂ່າວສານ​ຊີນຮວາ,​ປີ​ກາຍ​ນີ້,​ລວມມີ​ນັກ​ສຶກສາ​ຈຳນວນ​1​ແສນ​4ໝື່ນ​ຄົນ​ຈາກ​179​ປະ​ເທດ​ມາ​ຮຽນ​ຢູ່​ຈີນ,​ແຈກ​ຢາຍ​ຢູ່​ຕາມ​ໂຮງ​ຮຽນ​ຊັ້ນ​ສູງ​ແລະ​ອົງການ​ຄົ້ນຄວ້າ​ວິທະ​ຍາສາດ​ແລະ​ການ​ສຶກສາ​400​ກວ່າ​ແຫ່ງ​ຂອງ​ຈີນ,​ເຊິ່ງ​ກວມ​ທຸກຂະ​ແໜງ​ວິຊາ​ຂອງ​ຈີນ.

ວັນ​ທີ26​ກັນຍາ,​ຢູ່​ທີ່​ປັກ​ກິ່ງ​ກະຊວງ​ສຶກສາ​ທິການ​ແລະ​ສູນ​ບໍລິ​ການ​ນັກ​ຮຽນ​ນອກ​ຂອງ​ຈີນ​ໄດ້​ຈັດ​ງານ​ລ້ຽງ​ສະ​ຫຼອງ​ບຸນ​ໄຫວ້​ພະຈັນ​ໃຫ້​ແກ່​ນັກ​ສຶກສາ​ຕ່າງປະ​ເທດ​ທີ່​ມາ​ຮຽນ​ຢູ່​ຈີນ,​ໄດ້​ຈັດ​ອາ​ຫານ​ອັນ​ໂອຊາ​ລົດ​ແລະ​ການ​ສະ​ແດງ​ງິ້ວປັກ​ກິ່ງ​ອັນ​ໜ້າ​ຊົມ​ຕ້ອນ​ຮັບ​ນັກ​ສຶກ​ສາ​ທັງ​ຫຼາຍ.

ທ່ານ​ຊາວ​ກົວ​ຊິ່ງ ຫົວ​ໜ້າ​ກົມ​ຮ່ວມ​ມື​ແລະ​ແລກປ່ຽນ​ສາ​ກົນ​ຂອງ​ກະ​ຊວງ​ສຶກ​ສາ​ທິ​ການ​ຈີນ​ກ່າວວ່າ,​ຈີນ​ມີ​ປະ​ຫວັດ​ສາດ​ແລະວັດ​ທະນະ​ທຳ​ອັນ​ຮຸ່ງ​ເຮືອງ​ຍາວ​ນານ,​ເສດ​ຖະ​ກິດ​ກໍ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ,​ຄຸນ​ນະພາບ​ການ​ສຶກ​ສາ​ຊັ້ນ​ສູງ​ກໍ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ຕ່າງ​ປະ​ເທດ​ນັບ​ມື້ນັບ​ຫຼາຍ.​ດຽວ​ນີ້​ຈີນ​ໄດ້​ເຊັນ​ສັນຍາ​ກັບ​26ປະ​ເທດ​ກ່ຽວ​ກັບ​ການ​ຮັບ​ຮອງ​ໃບ​ປະກາດ​ຊະ​ນິຍະ​ບັດ​ຊຶ່ງ​ກັນ​ແລະ​ກັນ.​ທັງ​ນີ້​ໄດ້​ດຶງ​ດູດ​ເອົາ​ຊາວ​ໜຸ່ມ​ຕ່າງ​ປະ​ເທດນັບ​ມື້​ນັບ​ຫຼາຍ​ມາ​ຮຽນ​ຢູ່​ຈີນ.