ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-27 18:27:47    
ງານ​ວາງ​ສະ​ແດງ​ປະ​ເທດ​ຣັດ​ເຊຍ​ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ເດືອນ​ພະ​ຈິກ​ປີ​ນີ້

cri Author: min
ຕາມ​ຂ່າວ CRI: ງານ​ວາງສະ​ແດງ​ປະ​ເທດຣັດ​ເຊຍ​ເຊິ່ງ​ເປັນ​ກິດຈະກຳ​ໃຫຍ່​ກວ່າ​ໝູ່​ໃນ​ຂອບ "ປີຣັດ​ເຊຍ" ຂອງ​ຈີນຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງແຕ່​ວັນ​ທີ 8 ​ຫາ​ວັນ​ທີ 13 ພະຈິກປີ​ນີ້.

ງາ​ນວາງສະ​ແດງ​ປະ​ເທດຣັດ​ເຊຍ​ເທື່ອ​ນີ້​ແມ່ນ​ຈັດ​ຂຶ້ນ​ໂດຍ​ກະຊວງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ການ​ຄ້າຣັດ​ເຊຍ, ຫົວ​ຂໍ້​ຂອງ​ງານ​ວາງ​ສະ​ແດງ​ແມ່ນ "ຊ່ອງ​ທາງ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ລະຫວ່າງ​ຣັດ​ເຊຍ​ກັບ​ຈີນໃນ​ສະຕະວັດ​ທີ 21". ​ເມື່ອ​ຮອດ​ເວລາ​ຈັດ​ງານ, ທ່ານ​ມີ​ໂຄ​ອິນ ຟຣັດ​ໂຄຟ ນາຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ​ຈະ​ນຳພາ​ຄະນະ​ຜູ້​ແທນ​ທາງ​ການເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ວາງ​ສະ​ແດງ. ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຕ່າງໆ​ຂອງ​ສູນ​ກາງ​ແລະ​ອົງການ​ປົກຄອງ​ທ້ອງ​ຖິ່ນຣັດ​ເຊຍ, ວິ​ສາ​ຫະກິດ​ອຸດສາ​ຫະກຳ​ການ​ຄ້າ​ຕົ້ນຕໍ​ຂອງ​ຣັດ​ເຊຍ​ເກືອບ 800 ​ແຫ່ງ​ຈະ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​.