ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-28 11:14:51    
ຈີນ​ແລະ​ຣັດ​ເຊຍ​ສະ​ຫຼອງ​ວັນ​ສ້າງ​ສາຍ​ສຳ​ພັນ​ທາງ​ການ​ທູດ​ຄົບ​ຮອບ​57​ປີ​ຢູ່​ປັກ​ກິ່ງ

cri
ຕາມ​ຂ່າວສານ​ຊີນ​ຮວາ, ວັນ​ທີ27​ກັນຍາ,​ສະມາ​ຄົມ​ມິດ​ຕະ​ພາບ​ກັບ​ຕ່າງປະ​ເທດ​ປະ​ຊາ​ຊົນ​ຈີນ​ແລະ​ສະມາ​ຄົມ​ມິດ​ຕະ​ພາບ​ຈີນ​ຣັດ​ເຊຍ​ໄດ້​ຈັດ​ງານ​ລ້ຽງ​ຮັບຮອງ​ຢູ່​ປັກ​ກິ່ງ,​ເພື່ອ​ສະ​ເຫຼີມ ສະ​ຫຼອງ​ຈີນ​ກັບ​ຣັດ​ເຊຍ​ສ້າງ​ສາຍສຳ​ພັນ​ທາງ​ການ​ທູດ​ຄົບ​ຮອບ​57ປີ,​ບຸກ​ຄົນ​ວົງ​ການ​ຕ່າງໆ​ຂອງ​ສອງ​ປະ​ເທດ​ໄດ້​ເຂົ້າ​ຮ່ວມ.

ໃນງານ​ລ້ຽງ​ຮັບຮອງ,​ທ່ານຫຼີ​ສ້ຽວ​ລິນ ຮອງ​ປະທານ​ສະມາ​ຄົມ​ມິດຕະ​ພາບ​ກັບ​ຕ່າງ​ປະ​ເທດ​ຂອງ​ປະ​ຊາ​ຊົນຈີນ​ກ່າວ​ຄຳ​ປາ​ໄສ​ວ່າ,​ປີ​ນີ້​ແມ່ນ​ຈີນ​ກັບຣັດ​ເຊຍ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຄົບຮອບ​10ປີ​ແລະ​ໄດ້​ເຊັນ​"ສັນຍາ​ຮ່ວມ​ມື​ມິດຕະ​ພາບ​ແບບ​ບ້ານ​ໃກ້​ເຮືອນ​ຄຽງ​ລະ​ຫວ່າງ​ຈີນ​ກັບຣັດ​ເຊຍ"​ຄົບຮອບ​5ປີ,​ພ້ອມ​ນັ້ນ​ກໍ​ແມ່ນ​ຈຸດ​ເລີ່ມ​ຕົ້ນ​ທີ່​ສອງ​ຝ່າຍ​ຈັດ​ປີ​ຈີນ​ແລະ​ປີຣັດ​ເຊຍ.​ເມື່ອ​ສອງ​ຝ່າຍ​ພ້ອມ​ກັນ​ພະຍາ​ຍາມ​ແລ້ວ,​ການ​ພົວ​ພັນ​ສອງ​ປະ​ເທດ​ຈີນ​ຣັດ​ເຊຍ​ໄດ້​ຂະ​ຫຍາຍ​ຕົວ​ກ້າວ​ສູ່​ລວງ​ເລິກ​ຢ່າງ​ວ່ອງ​ໄວ​ແລະ​ຮອບ​ດ້ານ,​ການ​ຮ່ວມ​ມື​ດ້ານ​ຍຸດ​ທະ​ສາດ​ກໍ​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

ທ່ານ​ຣາ​ຊົຟ ​ເອກ​ອັກຄະ​ລັດຖະ​ທູດ​ຣັດ​ເຊຍ​ປະຈຳ​ຈີນ​ເວົ້າວ່າ,​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ຣັດ​ເຊຍ​ກັບ​ຈີນ​ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ​ນັ້ນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ ກົກ​ຍາວ​ນານ​ຂອງ​ສອງ​ປະ​ເທດ​ກໍ​ຄື​ປະ​ຊາ​ຊົນ​ສອງ​ຊາດ,​ແລະ​ຍັງ​ມີ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.​ສອງ​ປະ​ເທດ​ຈັດກິດ​ຈະ​ກຳ ປີ​ຈີນ​ແລະ​ປີ​ຣັດ​ເຊຍນັ້ນ​ກໍ​ໄດ້​ປະກອບ​ສ່ວນ​ອັນ​ພິ​ເສດ​ເຂົ້າ​ໃນ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ສອງ​ຝ່າຍ.