ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-29 19:46:47    
ການ​ເໝົາ​ຍົນ​ໃນ​ຍາມ​ບຸນ​ໄຫວ້​ພະ​ຈັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນໄດ້​ຮັບ​ຄວາ​ມຊົມ​ເຊີຍ​ຈາກພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ

cri

ຕາມ​ຂ່າວສານ​ຊິນ​ຮວາ:ບຸນ​ໄຫວ້ພະຈັນ​​ໃກ້​ຈະ​ຮອດ​ແລ້ວ,ປີ​ນີ້,ພີ່ນ້ອງ​ຮ່ວມ​ຊາດ​​ໄຕ້​ຫວັນ​ທີ່​ດຳລົງ​ຊີວິດ​ຢູ່​ແຜ່ນດິນ​ໃຫຍ່​ຈີນ​ສາມາດ​ຂີ່ຍົນ​​ເໝົາ​ໃນ​ຍາມ​ບຸນ​ໄຫວ້​ພະຈັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ກັບ​ຄືນ​ໄຕ້​ຫວັນ​ເປັນ​ເທື່ອ​ທຳ​ອິດ,​​ສ່ວນ​ຍາດ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ເຈົ້າ​ພາຍ​ໃນ​ເກາະ​ໄຕ້​ຫວັນ​ກໍ່​ສາມ​າດຂີ່​ຍົນ​ເໝົາ​ມາ​ຮອດ​ແຜ່ນດິນ​​ໃຫຍ່​ຈີນ​.ການ​ເໝົາ​ຍົນ​ໃນຍາມ​ບຸນ​ໄຫວ້​ພະຈັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄດ້​ຮັບ​ຄວາ​ມຊົມ​ເຊີຍ​ຈາກ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ.

ທ່ານ​​ເຢ້ຮຸ້ຍ​ເຕີ໋ ປະທານ​ສະມາຄົມວິ​ສາ​ຫະກິດ​ທຶນ​ໄຕ້​ຫວັນ​ຢູ່​​ຊຽງ​ໄຮ້ກ່າວ​ວ່າ,ນັບ​ແຕ່​ຍົນ​ໂດຍສານ​ການ​ບິນ​ພົນ​ລະ​ເຮືອນ​​ໄຕ້​ຫວັນ​ຈັດ​ຍົນ​ເໝົາ​ເທື່ອ​ທຳ​ອິດ​ໃນ​ໂອກາດບຸນ​ກຸດ​ຈີນ​ໃນ​ປີ2003​,ມາຮອດ​ປີ​ກາຍ​ນີ້,ຍົນ​ເໝົາ​ຂອງ​ສອງ​ຝັ່ງ​ຊອງ​ແຄບ​ໄດ້ບິນ​ສູ່​,​ແລ້ວ​ປີ​ນີ້,ການ​ເໝົາ​ຍົນ​ຂົນ​ສົ່ງ​ສິນຄ້າ​ແລະ​ການ​ເໝົາຍົນ​​ໃນ​ຍາມບຸນ​ໄຫວ້​ພະຈັນ,"ສິ່ງ​ກີດ​ຂວາງ​ທາງ"ອາກາດ​ລະ​ຫວ່າງ​ສອງ​ຝັ່ງ​ຊອງ​ແຄບ​ໄຕ້​ຫວັນ​ຄ່ອຍໆ​ຖືກກຳຈັດ​ອອກ​ໄປ​ເຊິ່ງ​ເຮັດ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ດີ​ອົກ​ດີ​ໃຈ​ເປັນ​ຢ່າງ​ຍິ່ງ.ທ່ານຫຼີ​ມີງ ຮອງປະ​ທານ​ຄະນະ​ມົນຕີສະມາຄົມ​ວິ​ສາ​ຫະກິດ​ໄຕ້​ຫວັນ​ຢູ່​ປັກ​ກິ່ງ​ກ່າວ​ວ່າ, ການເປີດ​ສາຍ​ການບິນ​ຍົນ​ເໝົາໃນ​ຍາມບຸນ​ໄຫວ້​ພະຈັນ,ຈະ​ອຳ​ນວຍ​ຄວາມ​ສະດວກ​ອັນ​ໃຫຍ່​ຫຼວງໃຫ້​ແກ່​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້ຫວັນ​ທີ່​ດຳລົງ​ຊີວິດ​ແລະ​ເຮັດ​ວຽກ​ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​.