ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-30 19:52:42    
ທ່ານ​ເຈິ່ງ​ຊິ້ງ​ຮົງ​ກ່າວ​ວ່າ ລັດ​ຖະ​ບານ​ສູນ​ກາງ​ຈະ​ພ້ອມ​ກັບ​ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ມາ​ກາວ​ບັນ​ລຸ​ຄວາມ​ຈະ​ເລີນ​ຄືນ​ໃໝ່​ຂອງ​ປະ​ຊາ​ຊາດ​ຈີນ

cri

ຕາມ​ຂ່າວcri:ວັນ​ທີ1 ຕຸລາ​ແມ່ນ​ສາທາລະນະ​ລັດ​ປະຊາ​ຊົນ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ57ປີ,ວັນ​ທີ30 ກັນຍາ,ຢູ່​ປັກ​ກິ່ງ,ທ່ານ​ເຈິ່ງ​ຊິ້ງຮົງ ຮອງ​ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ຄະນະ​ຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​​ແລະມາ​ກາວ​ທີ່​ມາ​ ​ເຂົ້າ​ຮ່ວມການສະ​ສະຫຼອງ​ຢູ່​ປັກ​ກິ່ງ.ທ່ານ​ກ່າວ​ວ່າ,ລັດຖະບານຈະ​ພ້ອມ​ກັບ​ພີ່ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ມາ​ກາວທຳ​ຄວາມ​ພະຍາຍາມ​ເພື່ອບັນລຸ​ຄວາມ​ຈະ​ເລີນຄືນ​ໃໝ່​ຂອງ​ປະຊາ​ຊາດ​ຈີນ.

ມື້​ດຽວກັນ,ພີ່ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ມາ​ກາວ​ປະມານ​ໜຶ່ງ​ພັນ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​​ພົບ​ປະ.ທ່ານ​ເຈິ່ງ​ຊິ້ງຮົງ​ໄດ້​ຕີ​ລາຄາ​ສູງ​ຕໍ່ການ​ພັດ​ນະ​ນາ​ຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ມາ​ກາວ​ແລະ​ທິດ​ທາງ"ປະ​ເທດ​ດຽວ​ມີ​ສອງ​ລະບອບ".ທ່ານ​ກ່າວ​ວ່າ:

"​ພາຍຫຼັງ​ກັບ​ຄືນ​ສູ່ປະ​ເທດ​ຊາດ,ຢູ່ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ມາ​ກາວ​,​ເສດຖະກິດພັດທະນາ,ສັງຄົມມີ​ສະຖຽນ​ລະ​ພາບ,ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນດີ​ຂຶ້ນ,ທິດ​ທາງ"ປະ​ເທດ​ດຽວມີ​ສອງ​ລະບອບ"​ໃຫ້​ຊາວ​ຮົງ​ກົງ​ປົກຄອງ​ຮົງ​ກົງ","​ໃຫ້​ຊາວ​ມາ​ກາວ​ປົກຄອງ​ມາ​ກາວ",ປົກຄອງ​ຕົນ​ເອງ​ໃນ​ລະດັບ​ສູງ​ພວມ​"ປະ​ຕິ​ບັດ​ຢ່າງ​ຕັ້ງໜ້າ.ຄວາມ​ຈິງ​​ໄດ້​ຢັນ​ຢືນ​ໃຫ້​ເຫັນ​ວ່າ,ຮົງ​ກົງ​ດີງາມ,ມາ​ກາວ​ດີງາມ,ປະ​ເທດຊາດ​ດີງາມ;​ເມື່ອປະ​ເທດຊາດ​ດີງາມ,ຮົງ​ກົງ​ມາ​ກາວ​ກໍ່ຈະດີງາມກວ່າ​ເກົ່າ."

ພີ່ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ມາ​ກາວ​ຫຼາຍ​ຄົນ​ກ່າວ​ວ່າ,ຍິນ​ດີ​ທຳ​ຄວາມພະຍາຍາມ​ຫຼາຍ​ກວ່າ​​ເກົ່າ​ເພື່ອ​ຄວາມຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ປະ​ເທດ​ຊາດຄວາມ​ຈະ​ເລີນຮຸ່ງ​ເຮືອງ​​ແລະ​ສ​ະຖຽນລະ​ພາບ​ຖາວອນ​ຂອງ​ຮົງ​ກົງ​ມາກາວ.