|
 |
(GMT+08:00)
2006-09-30 20:08:13
|
ຈີນເປີດທາງບົກຂົນສົ່ງແລະທ່ອງທ່ຽວຈາກເມືອງເປໄຮຈີນໄປສູ່ຮ່າໂນ້ຍຫວຽດນາມ
cri
Author: min
ຕາມຂ່າວສານຈີນ: ວັນທີ 29 ກັນຍາ, ທາງບົກສະເພາະຂົນສົ່ງແລະທ່ອງທ່ຽວລະຫວ່າງເມືອງເປໄຮເຂດກວາງຊີຈີນໄປສູ່ຮ່າໂນ້ຍຫວຽດນາມເລີ່ມແລ່ນລົດໄດ້ຢ່າງເປັນທາງການ.
ເສັ້ນທາງດັ່ງກ່າວຈະໃຫ້ບໍລິສັດຂົນສົ່ງຂອງກວາງຊີແລະຫວຽດນາມຮ່ວມກັນທຸລະກິດ, ສອງຝ່າຍຕ່າງຈະໃຊ້ລົດໂດຍສານໃຫຍ່ຊັ້ນສູງພາຍໃນເຂດແດນຂອງຕົນ, ບ່ອນເຊື່ອມຕໍ່ກັນຕັ້ງຢູ່ດ່ານມິດຕະພາບຂອງເມືອງພິງຊຽງຈີນ.
ບຸກຄົນທີ່ກ່ຽງຂ້ອງເວົ້າວ່າ, ເສັ້ນທາງດັ່ງກ່າວເປີດໃຫ້ແລ່ນລົດ, ຈະອຳນວຍຄວາມສະດວກຫຼາຍໃຫ້ແກ່ພົນລະເມືອງສອງປະເທດເພື່ອທ່ອງທ່ຽວແລະດຳເນີນການທຸລະກິດ. ແລະຈະມີບົດບາດອັນຕັ້ງໜ້າເພື່ອຊຸກຍູ້ການໄປມາຫາສູ່ກັນທາງເສດຖະກິດການຄ້າລະຫວ່າງຈີນກັບຫວຽດນາມ.
ແຕ່ເມືອງເປໄຮຮອດຮ່າໂນ້ຍຍາວ 640 ກິໂລແມັດ, ໃນນັ້ນ, ພາຍໃນແດນຈີນມີ 460 ກິໂລແມັດ, ພາຍໃນຫວຽດນາມມີ 180 ກິໂລແມັດ.
|
|
|