|
 |
(GMT+08:00)
2006-10-01 16:27:51
|
 |
ຕະຫລາດຫຸ້ນຂອງຈີນເຂົ້າສູ່ໄລຍະພັດທະນາໃຫມ່
cri
Author: sayvanny
ຕາມຂ່າວສານຊີນຮວາ: ໃນສາມມື້ຊື້ຂາຍສຸດທ້າຍກ່ອນວັນຊາດຈີນ, ຕົວເລກດັດຊະນີຂອງຕະຫລາດຫຸ້ນຂອງຈີນສູງຂຶ້ນຢ່າງຕໍ່ເນຶ່ອງ. ບັນຍາກາດອັນຂຸ້ນຂ້ຽວຂອງຕະຫລາດຫຸ້ນທີ່ດີສະແດງໃຫ້ເຫັນອີກເທື່ອຫນຶ່ງວ່າ, ຕະຫລາດຫຸ້ນຂອງຈີນພວມເຂົ້າສູ່ໄລຍະພັດທະນາໃຫມ່.
ແຕ່ເດືອນມັງກອນຮອດເດືອນກັນຍາປີນີ້, ຕົວເລກດັດຊະນີຂອງຕະ ຫລາດຫຸ້ນຂອງຈີນໄດ້ສູງຂຶ້ນຫລາຍກວ່າ 50%.ຫວ່າງມໍ່ໆນີ້ ທ່ານຊ່າງຟູລິນ ປະທານຄະນະກຳມະການຕິດຕາມຄຸ້ມຄອງຫລັກຊັບຈີນເວົ້າວ່າ, ເມື່ອໄດ້ທຳຄວາມພະຍາຍາມມາຫລາຍປີແລ້ວ, ພື້ນຖານທີ່ມີຜົນດີໃຫ້ຕະຫລາດພັດ ທະນາເປັນຢ່າງດີແລະຫມັ້ນທ່ຽງນັ້ນໄດ້ຫນັກແຫນ້ນຂຶ້ນຕື່ມອີກ, ສະພາບແວດລ້ອນທາງນອກຂອງການພັດທະນາຕະຫລາດກໍ່ນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂຶ້ນ,ສິ່ງທີ່ຈຳກັດການພັດທະນາຂອງຕະຫລາດນັ້ນກໍ່ໄດ້ຫນ້ອຍ ລົງຕື່ມອີກ, ພາກສ່ວນຕິດຕາມຄຸ້ມຄອງຫລັກຊັບໄດ້ມີພາຫະນະປະຕິບັດກົດຫມາຍທີ່ແຂງແຮງກວ່າເກົ່າ.ທ່ານເວົ້າວ່າ, ປັດຈຸບັນ, ລະດັບປະຕິບັດງານຢ່າງເປັນແບບສະບັບຂອງບໍລິສັດທີ່ຂາຍຫຸ້ນສ່ວນໃນຕະຫລາດຫຸ້ນນັ້ນໄດ້ສູງຂຶ້ນຢ່າງເດັ່ນຊັດ,ກະວ່າ, ສະພາບທີ່ຂາດທຶນໃນ 4 ປີລຽນຕິດນັ້ນຈະມີການປ່ຽນແປງໃນປີນີ້.
|
|
|