ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-01 19:41:43    
ທະ​ນາ​ຄານ​ໂລກ​ຈະ​ປ່ອຍ​ເງິນ​ກູ້​100​ລ້ານ​ໂດ​ລາ​ໃຫ້​ພາກ​ກາງ​ແລະ​ພວກ​ຕາ​ເວັນ​ຕົກ​ຂອງ​ຈີນ

cri

ຕາມ​ຂ່າວສານ​ຈີນ:ນັກ​ຂ່າວ​ໄດ້ຊາບ​ຈາກ​ຂະ​ແໜງ​ການ​ກ່ຽວຂ້ອງວ່າ,​ໃນ2ປີ​ຂ້າງ​ໜ້າ​ນີ້,ທະນາຄານ​ໂລກ​ຕົກລົງ​ປ່ອຍເງິນ​ກູ້​100ລ້ານ​ໂດ​ລາ​​ໃຫ້​ພາກ​ກາງ​ແລະພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ເພື່ອ​ບຳບັດ​ຄວາມທຸກ​ຍາກ.

ໃນ​ຂົງ​ເຂດ​ບຳບັດ​ຄວາມ​ທຸກ​ຍາກ,ທະນາຄານ​ໂລກ​ໄດ້ຮ່ວມ​ມື​ກັບ​ຈີນ​ກ່ອນ​ໝູ່,​ແລະ​ລົງທຶນຫຼາຍ​ກວ່າ​ໝູ່,​ປັດຈຸບັນ​ໄດ້​ປະຕິບັດ​ໂຄງການ​ເງິນ​ກູ້​ສາມ​ໂຄງການ​ກັບ​ຈີນ,ທັງ​ໝົດ​ຊ່ອຍ​ເຫຼືອ610ລ້ານ​ໂດ​ລາ​,​ເພື່ອ​ເຮັດ​ໃຫ້ປະຊາກອນຜູ້​ທຸກ​ຍາກ8ລ້ານ​ກວ່າ​ຄົນ​ຂອງ9​ເຂດແຂວງ​ຂອງ​ຈີນຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ.

ເຈົ້າ​ໜ້າ​ທີ່​ຜູ້​ໜຶ່ງ​ຂອງ​ແຂວງ​ສານ​ຊີ່ພາກ​ຕາ​ເວັນ​ຕົກສ​ຽງ​ເໜຶອຂອງ​ຈີນ​ເຜີຍ​ໃຫ້​ຮູ້ວ່າ,​ໃນ10ປີ​ທີ່​ຜ່ານ​ມາ,​ແຂວງ​ດັ່ງກ່າວ​ໄດ້​ຮັບ​ເງິນ​ກູ້70ລ້ານ​ໂດ​ລາ​ຈາກ​ທະນາຄານ​ໂລ​ກ,ຄອບ​ຄົວ​ຊາວ​ກະສິກອນ90%ຂຶ້ນ​ໄປ​ໄດ້​ໄຊ້​ແທນ​ຕົ້ນ​ທຶນ​ແລະ​ດອກ​ເບັ້ຍ​ແລ້​ວ.ສາເຫດ​ຕົ້ນ​ຕໍ​ທີ່​​ເງິນ​ກູ້​ຂອງທະນາຄານ​ໂລກ​ໄດ້ສຳ​ເລັດ​ຜົນ​ແມ່ນຍ້ອນ​ໄດ້​ຮັບປະກັນ​ທຶນຂອງໂຄງການ​ສາມາດໃຊ້​ຕົວ​ຈິງ​ຢູ່​ແຫ່ງ​ນັ້ນ,​ໃຫ້ຊາວ​ກະສິກອນ​ຕົກລົງ​ເລືອກ​ເອົາ​ໂຄງການ​ໂດຍ​ຕົນ​ເອງ.​ເດືອນ​ນີ້,ຄະນະ​ປະ​ເມີນ​ຂອງ​ທະນາຄານ​ໂລກ​ຈະ​​ມາ​ສຳ​ຫຼວດຕົວ​ຈິງ​ຢູ່​ແຂວງ​ດັ່ງກ່າວ.