ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-02 20:03:06    
ຈີນ​ສ້າງ​ກົດ​ບັນ​ຍັດ​ສະ​ເພາະ​ເພື່ອ​ອະ​ນຸ​ລັກ​ກຳ​ແພງ​ຍັກ

cri

ຕາມ​ຂ່າວ​ສານ​ຊິນ​ຮວາ:ຫວ່າງ​ມໍ່ໆ​ນີ້,ກອງ​ປະຊຸມ​ປະຈຳ​ຂອງ​ຄະນະ​ລັດຖະບານ​ຈີນ​ໄດ້​ພິຈາລະນາ​ແລະ​ຮັບຮອງ​ໃນ​ດ້ານ​ຫຼັກການ​ຕໍ່"ຮ່າງ​ກົດ​ຂໍ້​ກຳນົດທີ່​ອະນຸລັກ​ກຳ​ແພງ​ຍັກ"ທີ່ກະກຽມ​ມາດົນ​ແລ້ວ.ຕາມ​ກົດ​ຂໍ້​ກຳນົດ​ສະບັບ​ນີ້,ຈີນ​ຈະ​ວາງ​​ແຜນການ​​ໂດຍ​ລວມ,​ເພື່ອ​ອະນຸລັກ​ກຳ​ແພງ​ຍັກ​ທັງໝົດ​​ແລະ​ຄຸ້ມ​ຄອງ​​​​ໂດຍ​ແບ່ງ​ເປັນ​ຕອນ,​ເຮັດ​ໃຫ້​ການນຳ​ໃຊ້ກຳ​ແພງ​ຍັກ​ເຂົ້າ​ສູ່​ລະບຽບ​ຢ່າງ​ເຄັ່ງ​ຄັດ.

ກຳ​ແພງ​ຍັກ​ແມ່ນໜຶ່ງ​ໃນ​ມໍລະດົກ​ວັດທະນະທຳ​ມະນຸດ​ທີ່​ມີ​ຊື່ສຽງດົ່ງດັງກວ່າ​ໝູ່​ໃນ​ໂລກ,ປີ1987,ອົງການຢູ​ເນັສ​ໂກ​ສະຫະປະຊາ​ຊາດ​​ໄດ້​ຈັດ​ເອົາກຳ​ແພງ​ຍັກ​ໃນ​ລາຍ​ຊື່​ມໍລະດົກ​ວັດທະນະທຳ​ໂລກ.​ແຕ່​​ໃນໄລຍະ​ຜ່ານ,ການບຸກ​ເບີກແລະ​ນຳ​ໃຊ້​ຢ່າງ​ບໍ່​ມີ​ລະບຽບ​ໄດ້​ທຳລາຍ​ໂສມ​ໜ້າ​ປະຫວັດ​ສາດ​ຂອງ​ກຳ​ແພງ​ຍັກ.

ຮ່າງກົດ​ຂໍ້​ກຳນົດ​ອະນຸລັກ​ກຳ​ແພງ​ຍັກແມ່ນສ້າງ​ຂຶ້ນ​ໂດຍແນ​ໃສ່​ບັນຫາ​ຕົວ​ຈິງ​​ໃນ​ການ​ອະນຸລັກ​ແລະ​ຄຸ້ມ​ຄອງ​ກຳ​ແພງ​ຍັກ,​ແລະເຮັດ​ໃຫ້​ການ​ບຸກ​ເບີກກຳ​ແພງ​ຍັກ​ຫັນ​ເຂົ້າ​ສູ່​ຄວາມ​ເປັນ​ລະບຽບ​ກວ່າ​ເກົ່າ.