ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-02 21:05:17    
ໃນ​ມື້​ທຳ​ອິດ​ຂອງ​ໄລ​ຍະ​ພັກ​ວັນ​ຊາດ,​ຕະ​ຫຼາດ​ທ່ອງ​ທ່ຽວ​ຟົດ​ຟື້ນ​ແລະ​ເປັນ​ລະ​ບຽບ​ດີ

cri

 ຕາມ​ໜັງ​ສື​ພິມ​​ເຢິນມິນ​ຢື້​ປ້າວ:ວັນ​ທີ1 ຕຸລາ​ແມ່ນ​ມື້​ທຳ​ອິດ​ຂອງ​ໄລຍະ​ພັກ​ວັນຊາດຈີນ,ຕະຫຼາດ​ທ່ອງ​ທ່ຽວ​ຂອງ​ເມືອງ​ສຳຄັນ​ທົ່ວ​ປະ​ເທດ​​ຄຶກຄື້ນ​ທີ່​ສຸດ,ຈຳນວນ​ນັກ​ທ່ອງ​ທ່ຽວຂອງ​​ແຫຼ່ງທ່ອງ​ທ່ຽວ​ສຳຄັນ​ໄດ້​ເພີ່ມ​ຂຶ້ນ15%ຂຶ້ນ​ໄປ​ເມື່ອ​ທຽບ​ກັບ​​ໄລຍະ​ດຽວກັນ​ຂອງ​ປີ​ກາຍ.

ນັກ​ຂ່າວ​​ໄດ້ຊາບ​ຈາກ​ຂະ​ແໜງ​ການທີ່​ກ່ຽວຂ້ອງວ່າ,ນັບມາ​ຮອດ18​ໂມງ​ຂອງ​ວັນ​ທີ1 ຕຸລາ,​​ແຫຼ່ງທ່ອງ​ທ່ຽວ119​ແຫ່ງ​ໃນ​ທົ່ວ​ປະ​ເທດ​ຈີນທີ່ຖືກ​​ເກັບ​ກຳ​ຂໍ້​ມູນໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ2ລ້ານ1​ແສນ​​ເທື່ອຄົນ.

ຢູ່​ປັກ​ກິ່ງ,ຕອນຮຸ່ງ​​ເຊົ້າ​ວັນ​ທີ1 ຕຸລາ,​ໄດ້​ມີປະຊາຊົນ2​ແສນ​ກວ່າ​ຄົນ​​ເບິ່ງ​ພິທີ​ຊັກ​ທຸງຊາ​ດຂຶ້ນ​ສູ່​ຍອດ​ເສົາຢູ່​ສະໜາມຫຼວງ​ທ່ຽນ​ອ່ານ​ເມີນ,ພຽງ​ແຕ່​ພະ​ລາຊະ​ວັງກູ້​ກົ່ງແລະ​ກຳ​ແພງ​ຍັກ​ປາ​ດາ​ຫລິງ​ກໍ່​​ໄດ້ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ8​ໝື່ນ6ພັນ​​ເທື່ອຄົນ.ຢູ່​ຊຽງ​ໄຮ້,ການທ່ອງ​ທ່ຽວຊົນນະບົດ​ໄດ້​ຮັບ​ຄວາມ​ນິຍົມຊົມ​ຊອບຈາກ​ຜູ້​ທ່ອງ​ທ່ຽວ.​​ສ່ວນ​ແຫຼ່ງທ່ອງ​ທ່ຽວ​ທີ່ດ​ສຳຄັນ​ຂອງ​ກວາງ​ໂຈ່​ວ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ3​ແສນ3ໝື່ນ​ເທື່ອ​ຄົນ.