ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-04 20:35:40    
ມະ​ຫາ​ວິທະ​ຍາ​ໄລ​ທີ່​​ເກົ່າ​ແກ່​ກວ່າ​ໝູ່​ຂອງ​ຈີນ​ສະ​ຫຼອງ​ວັນ​ສ້າງ​ຕັ້ງ​ຄົບ​ຮອບ 1030 ປີ

cri Author: cai
ຕາມ​ຂ່າວສານ​ຊີນຮວາ:ວັນ​ທີ 3 ຕຸລາ,ອາຈານ​​ແລະ​ນັກ​ສຶກສາຂອງ​ມະຫາວິທະຍາ​ໄລ​ຫູ​ນານພ້ອມ​ດ້ວຍ​ເພື່ອນ​ນັກຮຽນ​ເກົ່າ​ຢູ່​ແຫ່ງຕ່າງໆ 1000 ກວ່າ​ຄົນ​ໄດ້​ມາເຕົ້າ​ໂຮມ​ກັນ,​ເພື່ອສະ​ເຫຼີ​ມສະຫຼອງ​ໂຮງຮຽນ​ຢວຍລູ້​ສ້າງຕັ້ງ​ຂຶ້ນ​ຄົບຮອບ 1030 ປີ​ແລະການ​ກຳນົດ​ຊື່​ຢ່າງ​ເປັນ​ທາງ​ການ​ຂອງ​ມະຫາວິທະຍາ​ໄລ​ຫູ​ນານຄົບຮອບ 80 ປີ.

ໂຮງຮຽນ​ຢວຍລູ້​ສ້າງ​ຕັ້ງ​ຂຶ້ນ​ເມື່ອຄ.ສ.976,​ແມ່ນ​ມະຫາວິທະຍາ​ໄລ​ທີ່​ມີ​ປະຫວັດສາດ​ຍາວ​ນານ​ກວ່າ​ໝູ່​ຂອງ​ຈີນ,​​ໄດ້​ເປັນ​ສັກຂີພິຍານ​ຂອງ​ປະຫວັດສາດ​ການ​ພັດທະນາຢ່າງ​ເນື່ອງນິດ​ຂອງ​ການ​ສຶກສາ​ຊັ້ນ​ສູງຂອງ​ຈີນ.ປີ 1926,ໄດ້​ສ້າງ​ຕັ້ງ​ມະຫາວິທະຍາ​ໄລ​ຫູ​ນານຂຶ້ນ​ຢູ່​ສະຖານ​ທີ່ເກົ່າ​ຂອງ​ໂຮງຮຽນ​ຢວຍລູ້.

ນັກ​ປາດ​ຂອງ​ຈີນ​ເຫັນ​ວ່າ,ຈາກ​ໂຮງ​ຮຽນ​ບູຮານ​ຮອດ​ມະຫາ​ວິທະຍາ​ໄລຍຸກ​ປະຈຸ​ບັນ,ປະຫວັດ​ສາດ​ເປັນ​ພັນ​ປີ​ຂອງ​ໂຮງຮຽນ​ຢວຍລູ້​ເປັນ​ເລື່ອງທີ່​ໜ້າອັດສະຈັນ​ໃນ​ປະຫວັດສາດ​ການ​ພັດທະນາ​ຂອງ​ການ​ສຶກສາ​ຊັ້ນ​ສູງ​ຂອງ​ຈີນ.